ທ່ານ​ ປິ່ນປາຖະຫນາ ພັນທະມາລີ,​ ຫົວໜ້າກົມສື່ມວນຊົນ ກະຊວງຖະແຫຼງຂ່າວ,​ ວັດທະນະທຳ​ ແລະ​ ທ່ອງທ່ຽວ: ມາດຕະການເພື່ອຕໍ່ສູ້ກັບການລະບາດຂອງພະ​ຍາດ​ອັກເສບ​ປອດໂດຍມີປະຊາຊົນເປັນສູນກາງແມ່ນໄດ້ຮັບການຍ້ອງຍໍ.

2020-02-05 18:52:36 |ມາຈາກ: Yunnan Gateway

ທ່ານ​ ປິ່ນປາຖະຫນາ ພັນທະມາລີ,​ ຫົວໜ້າກົມສື່ມວນຊົນ ກະຊວງຖະແຫຼງຂ່າວ,​ ວັດທະນະທຳ​ ແລະ​ ທ່ອງທ່ຽວເວົ້າວ່າ: ນັບຕັ້ງແຕ່ມີການລະບາດຂອງພະຍາດອັກເສບປອດຈາກເຊື້ອຈຸລະໂລກສາຍພັນໃໝ່ໃນປະເທດຈີນ,ລັດຖະບານຈີນໄດ້ໃຊ້ມາດຕະການຫຼາຍຢ່າງໂດຍມີປະຊາຊົນເປັນສູນກາງ,ເຮັດໃຫ້ພວກເຮົາຍ້ອງຍໍຊົມເຊີຍ. ຂ້າພະເຈົ້າມີຄວາມເຊື່ອໝັ້ນຢ່າງເຕັມປ່ຽມຕໍ່ລັດຖະບານຈີນໃນການນຳພາປະຊາຊົນຕໍ່ສູ້ກັບການລະບາດຂອງພະ​ຍາດ​ອັກເສບປອດ,ຫວັງວ່າພາຍໃຕ້ການນຳພາຂອງພັກແລະລັດຖະບານ, ປະເທດຈີນ, ປະຊາຊົນຈີນຈະສາມາດປ້ອງກັນການລະບາດແລະກັບສູ່ຊີວິດປົກກະຕິ.

ທ່ານ​ ປິ່ນປາຖະຫນາ ພັນທະມາລີ ຕົວແທນກົມສື່ມວນຊົນ ກະຊວງຖະແຫຼງຂ່າວ,​ ວັດທະນະທຳ​ ແລະ​ ທ່ອງທ່ຽວໄດ້ຂອບໃຈຈີນທີ່ໄດ້ມີການປ້ອງກັນແລະຄວບຄຸມການລະບາດຂອງພະຍາດດັ່ງກ່າວ,ແລະສະແດງຄວາມເຫັນອົກເຫັນໃຈຕໍ່ຄອບຄົວຄົນຈີນທີ່ປະສົບກັບຄວາມຮ້າຍແຮງຈາກພະຍາດອັກເສບປອດຈາກເຊື້ອຈຸລະໂລກສາຍພັນໃໝ່.ທ່ານກ່າວວ່າ:"ຍ້ອນວ່າມາດຕະການປ້ອງກັນແລະຄວບຄຸມຕໍ່ກັບການລະບາດຂອງພະຍາດທີ່ຮ້າຍແຮງຂອງຈີນ,ເຮັດໃຫ້ປະເທດອື່ນໆໄດ້ຮັບຜົນກະທົບໜ້ອຍຈາກເຊື້ອຈຸລະໂລກສາຍພັນໃໝ່,ປະເທດຈີນເຮັດການອຸທິດອັນໃຫຍ່ຫຼວງເພື່ອປົກປ້ອງຊີວິດຂອງປະຊາຊົນໃຫ້ຫລາຍຂື້ນ."

ໃນນາມທີ່ເປັນສື່ມວນຊົນຜູ້ຫນຶ່ງ, ທ່ານ​ ປິ່ນປາຖະຫນາ ພັນທະມາລີກ່າວວ່າ,ສື່ມວນຊົນໄດ້ມີບົດບາດອັນສຳຄັນໃນການຕໍ່ສູ້ກັບພະຍາດອັກເສບປອດຈາກເຊື້ອຈຸລະໂລກສາຍພັນໃໝ່ນີ້. ໃນປະເທດລາວ, ພາຍຫຼັງທີ່ເກີດມີການລະບາດຂອງພະ​ຍາດ​ອັກເສບ​ປອດ​, ແຫລ່ງສື່ມວນຊົນຕ່າງໆໃນລາວກໍໄດ້ສຸມກຳລັງແຮງໃນການໂຄສະນາເຜີຍແຜ່ໃຫ້ປະຊາຊົນໄດ້ຮູ້ເຖິງຊ່ອງທາງການແພ່ລະບາດຂອງເຊື້ອຈຸລະໂລກສາຍພັນໃໝ່, ໂຄສະນາມາດຕະການປ້ອງກັນຕໍ່ພະຍາດອັກເສບປອດຈາກເຊື້ອຈຸລະໂລກສາຍພັນໃໝ່ຂອງລັດຖະບານແລະບັນດາພະແນກທີ່ກ່ຽວຂ້ອງ,ພ້ອມທັງເຕືອນປະຊາຊົນໃຫ້ປູກຈິດສຳນຶກໃນການປ້ອງກັນ.ພ້ອມດຽວກັນນີ້,ສື່ມວນຊົນລາວຍັງໄດ້ຂຽນຂ່າວແກ້ຂ່າວລືກ່ຽວກັບຂ່າວທີ່ບໍ່ຖືກຕ້ອງໃນໄລຍະການລະບາດ,ເພື່ອຮັບປະກັນຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ.