ບ້ານທີ່ຢູ່ຊາຍແດນນຳໃຊ້ການກະຈາຍສຽງສອງພາສາດຳເນີນການໂຄສະນາເຜີຍແຜ່ການປ້ອງກັນການລະບາດຂອງພະຍາດອັກເສບປອດ

2020-02-06 16:56:50 |ມາຈາກ: Yunnan Gateway

ບ້ານເມືອງອ່າ ຕາແສງເມືອງມ້າ ເມືອງພູເອີ ຕັ້ງຢູ່ຊາຍແດນທີ່ຕິດກັບປະເທດມຽນມາ, ຢູ່ບ່ອນນີ້ມີປະຊາຊົນຊົນເຜົ່ານ້ອຍອາໄສຢູ່ເຊັ່ນ: ຊົນເຜົ່າໄທລື້, ຊົນເຜົ່າລາຫູ, ຊົນເຜົ່າວາ ແລະ ຊົນເຜົ່າອື່ນໆ. ດົນນານມາແລ້ວ, ປະຊາຊົນຊົນເຜົ່ານ້ອຍຈຳນວນໜຶ່ງ,ໂດຍສະເພາະແມ່ນຜູ້ເຖົ້າ,ພວກເພິ່ນບໍ່ເຂົ້າໃຈຕົວອັກສອນຈີນ ແລະ ບໍ່ເຂົ້າໃຈພາສາຈີນ, ອາໄສໃຊ້ພາສາຊົນເຜົ່ານ້ອຍໃນການຮັບເອົາຂໍ້ມູນ.

ນັບຕັ້ງແຕ່ມີການລະບາດຂອງພະຍາດອັກເສບປອດຈາກເຊື້ອຈຸລະໂລກສາຍພັນໃໝ່, ໃນກໍລະນີພິເສດນີ້ ຕຳຫຼວດຂອງສະຖານີຕຳຫຼວດຊາຍແດນເມືອງອ່າ ກອງຄຸ້ມຄອງຊາຍແດນເມືອງພູເອີ ແຂວງຢຸນນານ ໄດ້ນຳໃຊ້ເຄື່ອງບິນທີ່ບໍ່ມີຄົນຂັບຂອງຕຳຫຼວດ ແລະ ລົດລາດຕະເວນຕຳຫຼວດນຳໃຊ້ພາສາຂອງຊົນເຜົ່ານ້ອຍດຳເນີນການກະຈາຍສຽງ, ເພື່ອໂຄສະນາເຜີຍແຜ່ຄວາມຮູ້ກ່ຽວກັບການປ້ອງກັນ ແລະ ຄວບຄຸມການລະບາດຂອງພະຍາດອັກເສບປອດ. ຮອດປັດຈຸບັນນີ້, ການໂຄສະນາເຜີຍແຜ່ໂດຍວິທະຍຸກະຈາຍສຽງໄດ້ກວມເອົາຫຼາຍກວ່າ 11,000 ຄົນ.