"ພໍ່ບໍ່ແມ່ນວິລະບູລຸດ, ເພິ່ນເປັນພຽງແຕ່ທ່ານໝໍຜູ້ຫນຶ່ງ"

2020-02-10 16:44:25 |ມາຈາກ: Yunnan Gateway

"ພໍ່ຕ້າຊາ, ເຈົ້າໄປເມືອງອູຮ້ັນໄດ້ 10 ມື້ແລ້ວ. ຂ້ອຍມີຫຼາຍຢ່າງທີ່ຢາກເວົ້າກັບເຈົ້າ." ວັນທີ 5 ເດືອນກຸມພາ, ທ່ານ ຊາຢົງ ທ່ານໝໍທີ່ເຮັດວຽກຢູ່ໂຮງໝໍປິ່ນປົວພະຍາດມະເຮັງແຂວງຢຸນນານ, ພະນັກງານແພດຂອງທິມແພດຊຸດທຳອິດຂອງແຂວງຢຸນນານທີ່ໄປຊ່ວຍເຫຼືອແຂວງຫູເປີ່ຍ, ໄດ້ຮັບຈົດໝາຍຈາກລູກຊາຍຂອງລາວ.

10 ມື້ກ່ອນ, ຊາຢີຊົ່ງ ທີ່ມີອາຍຸ 10 ປີໄດ້ຮູ້ແລ້ວວ່າພໍ່ຂອງລາວເຂົ້າຮ່ວມທີມແພດທີ່ຈະໄປຊ່ວຍເຫຼືອເມືອງອູຮັ້ນ, ສຳລັບການຕັດສິນໃຈຂອງພໍ່, ຊາຢີຊົ່ງ ໃຈຫນຶ່ງເຕັມໄປດ້ວຍຄວາມກັງວົນໃຈ, ແຕ່ອີກໃຈຫນຶ່ງກໍເຕັມໄປດ້ວຍຄວາມພາກພູມໃຈ. ຄັ້ງນີ້, ຊາຢີຊົ່ງ ໄດ້ອວຍພອນໃຫ້ພໍ່ຂອງລາວໃນຈົດໝາຍວ່າ "ພໍ່ຕ້າຊາ, ສູ້ສູ້! ເຈົ້າເປັນວິລະບູລຸດໃນໃຈຂອງຂ້ອຍ! ລໍຖ້າໃຫ້ເຈົ້າກັບຄືນມາຢ່າງປອດໄພ!"

ຫລັງຈາກໄດ້ຮັບຮູບຊອງຈົດໝາຍຜ່ານWeChat, ທ່ານ ຊາຢົງ ໄດ້ຖ່າຍວິດີໂອເພື່ອໃຫ້ລູກຊາຍຂອງລາວໃນເວລາພັກ. "ເຈົ້າຂຽນຈົດໝາຍພໍ່ໄດ້ຮັບແລ້ວ, ຂອບໃຈລູກທີ່ເປັນຫ່ວງພໍ່! ຊ່ວງນີ້ພໍ່ສະບາຍດີຫລາຍ, ຢ່າກັງວົນ! ພໍ່ຄິດວ່າພໍ່ບໍ່ແມ່ນວິລະບູລຸດ, ແຕ່ພໍ່ເປັນຜູ້ຊາຍທີ່ສາມາດປະສົບກັບຄວາມຫຍຸ້ງຍາກຢ່າງກ້າຫານ ແລະ ເອົາຊະນະຄວາມຫຍຸ້ງຍາກ! ລໍຖ້າໃຫ້ພໍ່ກັບມາເດີ!"