ນັບແຕ່ 12 ໂມງຫາ 24 ໂມງຂອງວັນທີ 9 ກຸມພາ ແຂວງຢຸນນານມີຜູ້ຕິດພະຍາດອັກເສບປອດຈາກເຊື້ອຈຸລະໂລກສາຍພັນໃໝ່ 141 ກໍລະນີ

2020-02-10 16:49:06 |ມາຈາກ: Yunnan Gateway

ນັບແຕ່ເວລາ 12 ໂມງຫາ 24 ໂມງຂອງວັນທີ 9 ກຸມພານີ້, ແຂວງຢຸນນານໄດ້ລາຍງານຜູ້ຕິດພະຍາດອັກເສບປອດຈາກເຊື້ອຈຸລະໂລກສາຍພັນໃໝ່ເພີ່ມຂຶ້ນ 0 ກໍລະນີ.

ແຂວງຢຸນນານໄດ້ຮັບການລາຍງານວ່າມີຜູ້ເປັນພະຍາດທັງໝົດ 141 ກໍລະນີ, ນອກຈາກຜູ້ທີ່ໄດ້ຮັບການປິ່ນປົວຈົນຫາຍຂາດ ແລະ ອອກໂຮງໝໍແລ້ວ, ຜູ້ເປັນພະຍາດທັງໝົດໄດ້ຮັບການປິ່ນປົວແບບແຍກດ່ຽວຢູ່ໂຮງໝໍທີ່ຖືກກຳນົດໄວ້. ປັດຈຸບັນມີຜູ້ອາການຄ່ອນຂ້າງໜັກ 3 ກໍລະນີ, ອາການໜັກ 14 ກໍລະນີ, ປິ່ນປົວຫາຍຂາດ ແລະ ອອກໂຮງໝໍ 18 ກໍລະນີ, ຜູ້ທີ່ຖືກສົງໄສຕິດເຊື້ອພະຍາດ 125 ຄົນ, ຜູ້ທີ່ເຄີຍສຳຜັດກັບຜູ້ເປັນພະຍາດຢ່າງໃກ້ຊິດນັ້ນຍັງມີ 2984 ກໍລະນີພວມຖືກຕິດຕາມສັງເກດຈາກທາງການແພດຢູ່ ແລະ ບໍ່ມີລາຍງານຄົນເສຍຊີວິດ.

ໃນການລາຍງານຂອງແຂວງຢຸນນານທີ່ຢືນຢັນກໍລະນີຜູ້ຕິດເຊື້ອພະຍາດ, ນະຄອນຄຸນໝິງ 42 ກໍລະນີ, ກິ່ງແຂວງສິບສອງພັນນາ 15 ກໍລະນີ, ເມືອງຢີຊີ 14 ກໍລະນີ, ເມືອງຈ່ຽວທ່ອງ 12 ກໍລະນີ, ເມືອງຊູຈິ້ງ 11 ກໍລະນີ, ກິ່ງແຂວງຕາຫຼີ້ 11 ກໍລະນີ, ເມືອງເປົາຊານ 9 ກໍລະນີ, ເມືອງລີ້ຈ່ຽງ 7 ກໍລະນີ, ກິ່ງແຂວງຫົງເຮີ 5 ກໍລະນີ, ກິ່ງແຂວງເຕີຫົງ 5 ກໍລະນີ, ເມືອງພູເອີ 4 ກໍລະນີ, ກິ່ງແຂວງຊູສົງ 4 ກໍລະນີ, ກິ່ງແຂວງວົນຊານ 1 ກໍລະນີ ແລະ ເມືອງລີນຊ່າງ 1 ກໍລະນີ.