ນາ​ຍົກ​ຈີນ​ໂທ​ລະ​ສົບ​ລົມ​ກັບ​ນາ​ຍົກ​ເຢຍ​ລະ​ມັນ

2020-02-10 16:53:33 |ມາຈາກ: CRI

ຕອນ​ຄ່ຳ​ວັນ​ທີ 9 ກຸມ​ພາ​ນີ້, ທ່ານ​ຫຼີ​ເຄີ້​ສຽງ ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ​ໄດ້ຮັບໂທ​ລະ​ສັບ​ທ່ານ​ນາງ​ແອນ​ເຈ​ລາ ເມີ​ເຄວ ນາ​ຍົກ​ລັດ​ຖະ​ມົນ​ຕີ​ເຢຍ​ລະ​ມັນ​ຕາມ​ຄຳ​ເຊື້ອ​ເຊີນ ເພື່ອ​ແລກ​ປ່ຽນ​ຄວາມ​ຄິດ​ຄວາມ​ເຫັນ​ກ່ຽວ​ກັບ​ການ​ປ້ອງ​ກັນ​ ແລະ ຄວບ​ຄຸມ​ພະ​ຍາດ​ອັກ​ເສບ​ປອດ​​ໂຄ​ໂຣ​ນາສາຍ​ພັນ​ໃໝ່.

ທ່ານ​ຫຼີ​ເຄີ້​ສຽງ​ກ່າວ​ເນັ້ນ​ວ່າ, ຫວັງ​ໃຫ້​ປະ​ຊາ​ຄົມ​ໂລກ ເຊິ່ງ​ລວມ​ທັງ​ເຢຍ​ລະ​ມັນ​​ຈົ່ງຮັກ​ສາ​ສະ​ຫງົບ​ໃຈ, ສະ​ໜັບ​ສະ​ໜູນ​ຈີນ​ໃນ​ການ​ປ້ອງ​ກັນ ແລະ ຄວບ​ຄຸມ​ພະ​ຍາດ, ຮັກ​ສາ​ການ​ໄປ​ມາ​ຫາ​ສູ່​ກັນ​ທີ່​ເປັນ​ປົກ​ກະ​ຕິ​ລະ​ຫວ່າງ​ສອງ​ຝ່າຍ ແລະ ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ດ້ານ​ສາ​ທາ​ລະ​ນະ​ສຸກ​ສາ​ກົນ.

ທ່ານ​ນາງ​ເມີ​ເ​ຄວ​ກ່າວ​ວ່າ, ເຢຍ​ລະ​ມັນ​ເອົາ​ໃຈ​ໃສ່​​ຕິດ​ຕາມ​ສະ​ພາບ​ພະ​ຍາດ​ອັກ​ເສບ​ປອດ​ສາຍ​ພັນ​ໃໝ່​ໃນ​ສະ​ເພາະ​ໜ້າ​ນີ້. ເຢຍ​ລະ​ມັນ​​ມີ​ທ່າ​ທີ​ສຸ​ຂຸມ​ຮອບ​ຄອບ​ໃນ​ເວ​ລາ​ຮັບ​ມື​ກັບ​ພະ​ຍາດ​ເທື່ອ​ນີ້ ແລະ ໄດ້​ເພີ່ມ​ທະ​ວີ​ການ​ປະ​ສານ​ງານ​ພາຍ​ໃນ​ສະ​ຫະ​ພາບ​ເອີ​ລົບ, ບໍ່​ໄດ້​ໃຊ້​ມາດ​ຕະ​ການ​ຈຳ​ກັດ​ເກີນ​ຄວນ. ຂອບ​ໃຈ​ຈີນ​​ທີ່ສະ​ໜັບ​ສະ​ໜູນ ແລະ ຊ່ວຍ​ເຫຼືອ​ຊາວ​ເຢຍ​ລະ​ມັນ​ຢູ່​ຈີນ. ເຢຍ​ລະ​ມັນ​ຍິນ​ດີ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ກັບ​ຈີນ​ເພື່ອ​ປ້ອງ​ກັນ ແລະ ຄວບ​ຄຸມ​ພະ​ຍາດ, ສືບ​ຕໍ່​ສະ​ໜອງວັດ​ຖຸ​ການ​ແພດ​ໃຫ້​ຈີນ ແລະ ຈະ​ສະ​ໜອງ​ການ​ຊ່ວຍ​ເຫຼືອ​ໃຫ້​ຈີນ​ເພື່ອ​ຕໍ່​ຕ້ານ​ພະ​ຍາດ​ຕາມ​ຄວາມ​ສາ​ມາດ​ຂອງ​ຕົນ.