ທ່ານ​ສີ​ຈີ້ນ​ຜິງ ສົ່ງສານ​ຊົມ​ເຊີຍໄປ​ຍັງ​ກອງ​ປະ​ຊຸມ​​ສຸດຍອດສະ​ຫະ​ພາບ​ອາ​ຝ​ຣິ​ກາ​ຄັ້ງ​ທີ 33

2020-02-10 16:57:23 |ມາຈາກ: CRI

ວັນ​ທີ 9 ກຸມ​ພາ​ນີ້, ທ່ານ​ສີ​ຈີ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ສົ່ງ​ສານໄປ​ຍັງ​ກອງ​ປະ​ຊຸມ​ສຸດຍອດສະ​ຫະ​ພ​າບ​ອາ​ຝ​ຣິ​ກາ​ຄັ້ງ​ທີ 33 ທີ່​ຈັດ​ຂຶ້ນຢູ່ນະ​ຄອນ​ຫຼວງ​ອາ​ດິ​ສ​ອາ​ເບ​ບາ​ປະ​ເທດ​ເອ​ທີ​ໂອ​ປີ, ເພື່ອ​ສະ​ແດງ​ຄວາມ​ຊົມ​ເຊີຍ​ຢ່າງ​ຟົດ​ຟື້ນ​ຕໍ່​ປະ​ເທດ​ແລະ​ປະ​ຊາ​ຊົນ​ອາ​ຝ​ຣິ​ກາ.

ໃນ​ສານ​ຊົມ​ເຊີຍ​ຂອງທ່ານ​ສີ​ຈີ້ນ​ຜິງ​ລະ​ບຸວ່າ, ນັບ​ແຕ່​ປີ​ກາຍ​ນີ້​ເປັ​ນ​ຕົ້ນ​ມາ, ພາຍ​ໃຕ້​ການ​ນຳ​ພາ​ຂອງ​ສະ​ຫະ​ພາບອາ​ຝ​ຣິ​ກາ, ປະ​ເທດສະ​ຫະ​ພາບ​ອາ​ຝ​ຣິ​ກາ​ໄດ້​ຕັ້ງ​ໜ້າ​ຊອກ​ຄົ້ນ​ເສັ້ນ​ທາງ​ພັດ​ທະ​ນາ​ທີ່​ສອດ​ຄ່ອງ​ກັບ​ສະ​ພາບ​ຄວາມ​ເປັນ​ຈິງ​ຂອງ​ຕົນ, ຍຶດ​ໝັ້ນ​ແກ້​ໄຂ​ບັນ​ຫາ​ອາ​ຝ​ຣິ​ກາດ້ວຍ​ວິ​ທີ​ອາ​ຝ​ຣິ​ກາ, ເຂດ​ການ​ຄ້າ​ເສ​ລີ​ທະ​ວີບ​​ອາ​ຝ​ຣິ​ກາ​ເລີ່ມການ​ກໍ່​ສ້າງ​ຢ່າງ​ເປັນ​ທາງ​ການ, ບາດ​ກ້າວ​ທີ່​ປະ​ເທດ​ອາ​ຝ​ຣິ​ກາ​ຮ່ວມ​​ກັນສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ​ໄດ້ຢ​ວ່າງ​ໄປ​ໜ້າ​ຢ່າງ​ໜັກ​ແໜ້ນ, ມີ​​ອິດ​ທິ​ພົນ​ຕໍ່​ສາ​ກົນ​ນັບ​ມື້​ນັບສູງ​ຂຶ້ນ.

ທ່ານ​ສີ​ຈີ້ນ​ຜິງ​ກ່າວ​ຕື່ມວ່າ, ປັດ​ຈຸ​ບັນ, ການ​ພົວ​ພັນ​ລະ​ຫວ່າງ​ຈີນ​ກັບ​ອາ​ຝ​ຣິ​ກາ​ກຳ​ລັງ​ຢູ່​ໃນ​ໄລ​ຍະ​ທີ່​ດີ​ທີ່​ສຸດ​ໃນ​ປະ​ຫວັດ​ສາດ. ກອງ​ປະ​ຊຸມ​ສຸດຍອດ​ປັກ​ກິ່ງ​ຂອງ​ເວ​ທີ​ປຶກ​ສາ​ຫາ​ລື​ການ​ຮ່ວມ​ມືຈີນ-​ອາ​ຝ​ຣິ​ກາ​ໄດ້​ຊັກ​ນຳ​ໃຫ້ໄມ​ຕີ​ຈິດ​ມິດ​ຕະ​ພາບ​​ລະ​ຫວ່າງ​ຈີນ​ກັບ​ອາ​ຝ​ຣິ​ກາ​ມີ​ກະ​ແສ​ໃໝ່, ການ​ຊຸກ​ຍູ້​ການຈັດ​ຕັ້ງ​ປະ​ຕິ​ບັດ​ໝາກ​ຜົນ​ຂອງກອງ​ປະ​ຊຸມ​ສຸດຍອດ ໄດ້​ສ້າງ​ພະ​ລັງ​ໃໝ່​ໃຫ້​ແກ່​ການ​ຮ່ວມ​ມື​​ທີ່ຕິດ​ແທດ​ຕົວ​ຈິງ​ໃນ​ຂົງ​ເຂດ​ຕ່າງໆ. ໂດຍ​ຜະ​ເຊີນ​ໜ້າ​ກັບ​ການ​ປ່ຽນ​ແປງ​ທີ່​ບໍ່​ເຄີຍ​ມີ​ມາ​ກ່ອນ​ໃນ​ຮອບຮ້ອຍ​ປີ​ທີ່​ຜ່ານ​ມາ, ການ​ສ້າງ​ປະ​ຊາ​ຄົມ​ຮ່ວມ​ຊາ​ຕ​າ​ກຳ​ຈີນ-​ອາ​ຝ​ຣິ​ກາທີ່​ແໜ້ນ​ແຟ້ນກວ່າ​ເກົ່າ​ແມ່ນສອດ​ຄ່ອງ​ກັບ​ຜົນ​ປະ​ໂຫຍດ​ຮ່ວມ​ກັນ​ຂອງ​ປະ​ຊາ​ຊົນ​ຈີນ​-​ອາ​ຝ​ຣິ​ກາ. ຝ່າຍ​ຈີນ​ຈະ​ສືບ​ຕໍ່​ປະ​ຕິ​ບັດ​ຕາມ​ແນວ​ຄວາມ​ຄິດ​ແລະ​ນະ​ໂຍ​ບາຍ​ທີ່​ຈິງ​ໃຈ​ ​ແລະສະ​ໜິດ​ສະ​ໜົມ​​ຢ່າງ​ແທ້​ຈິງ ແລະ​ທັດ​ສະ​ນະ​ກ່ຽວ​ກັບ​​ຄວາມ​ເປັນ​ທຳ​ແລະ​ຜົນ​ປະ​ໂຫຍດ​ທີ່​ຖືກ​ຕ້ອງ, ຊຸກ​ຍູ້​ໃຫ້​​ຈັດ​ຕັ້ງປະ​ຕິ​ບັດ​ໝາກ​ຜົນ​ກອງ​ປະ​ຊຸມ​ສຸດຍອດ​ປັກ​ກິ່ງ​ຢ່າງ​ຮອບ​ດ້ານ, ຂ້ຽວ​ເລັ່ງ​ຈີນ​ກັບອາ​ຝ​ຣິ​ກາ​ຮ່ວມ​ກັນ​ສ້າງ “ໜຶ່ງ​​ແລວ​ໜຶ່ງ​ເສັ້ນ​ທາງ”, ເພື່ອ​ປະ​ກອບ​ສ່ວນ​ໃຫຍ່ກວ່າ​ເກົ່າ​ເຂົ້າ​ໃນ​​ການ​ພັດ​ທະ​ນາ​ແລະຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ຂອງອາ​ຝ​ຣິ​ກາ, ​ສ້າງຄວາມ​ສຸກ​ໃຫ້​ແກ່​ປະ​ຊາ​ຊົນ​ຈີນ-​ອາ​ຝ​ຣິ​ກາ ໃຫ້ດີກວ່າ​ເກົ່າ.