“ອູ່ຮັ້ນສູ້ໆ!ປະເທດຈີນຕ້ອງຊະນະໃຫ້ໄດ້ເດີ!”

2020-02-11 14:41:50 |ມາຈາກ: 澜湄趴

ໃນຂະນະນີ້,ຍັງມີນັກຮຽນລາວອີກ 30 ກວ່າຄົນທີຍັງໃຊ້ຊີວິດຢູ່ ນະຄອນອູ່ຮັ້ນ ແຂວງຫູເປີ່ຍ ທີ່ມີສະຖານະການການລະບາດຂອງພະຍາດຢ່າງຮຸນແຮງ.ພາຍໃຕ້ການນຳພາຂອງໂຮງຮຽນ ແລະທຸກພາກສ່ວນ,ພວກເຂົາລ້ວນແລ້ວແຕ່ໃຫ້ຄວາມຮ່ວມມືຢ່າງຕັ້ງຫນ້າໃນວຽກງານການປ້ອງກັນແລະຄວບຄຸມພະຍາດ,ສະພາບຮ່າງກາຍກໍແຂງແຮງດີ.ໃນເວລາດຽວກັນກັບການຕິດຕາມການປ້ອງກັນ ແລະຄວບຄຸມການລະບາດຂອງຈີນ, ພວກເຂົາຍັງເຮັດວິດີໂອເພື່ອໃຫ້ກຳລັງໃຈ ໃຫ້ອູ່ຮັ້ນສູ້ໆ,ໃຫ້ປະເທດຈີນສູ້ໆ.ວັນທີ 5 ກຸມພາ,ນັກຂ່າວວາລະສານ“ຈຳປາ”ໄດ້ຕໍ່ສາຍຫານັກຮຽນລາວທີ່ຢູ່ມະຫາວິທະຍາໄລອູ່ຮັ້ນ,ເພື່ອຮັບຮູ້ເຂົ້າໃຈຊີວິດການເປັນຢູ່ຂອງພວກເຂົາທີ່ຢູ່ອູ່ຮັ້ນ.

ນັກຮຽນລາວເຫລົ່ານີ້ທີ່ຢູ່ອູ່ຮັ້ນໃຊ້ຊີວິດແນວໃດແທ້?ວັນທີ5ກຸມພາ,ນັກຂ່າວວາລະສານ“ຈຳປາ”ໄດ້ສຳພາດພວກເຂົາຜ່ານໂທລະສັບ,ມາເບິ່ງນຳກັນເລີຍ:

ຕອນເຊົ້າ 7 ໂມງ 30 ນາທີ, ທ່ານ ຄຳຫລ້າ ສີດາໄຊກົດໂມງປຸກ,ສິ່ງທຳອິດທີ່ລາວເຮັດເມື່ອມືນຕາຂຶ້ນມາ,ກໍຄືການໃຊ້ໂທລະສັບກວດເບິ່ງສະຖານະການການລະບາດຂອງພະຍາດອັກເສບປອດຈາກເຊື້ອຈຸລະໂລກສາຍພັນໃຫມ່ຢູ່ປະເທດຈີນ.

ທ່ານ ຄຳຫລ້າ ສີດາໄຊ ແມ່ນນັກສຶກສາປະລິນຍາເອກຂອງມະຫາວິທະຍາໄລອູ່ຮັ້ນ,ທັງເປັນຫນຶ່ງໃນນັກສຶກສາລາວຈຳນວນ 37 ຄົນທີ່ຍັງຢູ່ໃນນະຄອນອູ່ຮັ້ນ.“ໃນວັນທີ 4 ກໍລະນີສົງໄສຕິດເຊື້ອໄດ້ຫລຸດລົງອີກເມື່ອທຽບກັບມື້ວານ, ນີ້ແມ່ນຂ່າວດີຫລາຍ” ເພື່ອເປັນການທຳຄວາມເຂົ້າໃຈກັບສະຖານະການການລະບາດຂອງພະຍາດໃຫ້ດີຍິ່ງຂຶ້ນ, ທ່ານ ຄຳຫລ້າ ສີດາໄຊ ຍັງໄດ້ເຮັດຕາຕະລາງສະຖິທິປຽບທຽບຂໍ້ມູນການລະບາດຂອງພະຍາດອັນຫນຶ່ງຂຶ້ນມາ.

ນອກຈາກດຳເນີນການກວດສອບສະພາບການລະບາດຂອງພະຍາດແລ້ວ,ທ່ານ ຄຳຫລ້າ ສີດາໄຊ ຍັງມີພາລະກິດທີ່ສຳຄັນອີກຢ່າງຫນຶ່ງ,ເຊິ່ງກໍຄືລາວຮັບຜິດຊອບເກັບກຳຂໍ້ມູນສຸຂະພາບຂອງນັກຮຽນລາວທີ່ຢູ່ໂຮງຮຽນ.ອີງຕາມການແນະນຳຂອງທ່ານ ຄຳຫລ້າ ສີດາໄຊ,ໃນປັດຈຸບັນມະຫາວິທະຍາໄລອູ່ຮັ້ນມີນັກສຶກສາຕ່າງປະເທດທີ່ຍັງຢູ່ໃນໂຮງຮຽນ 200 ກວ່າຄົນ,ໃນນັ້ນມີນັກສຶກສາລາວ 13 ຄົນ.ເມື່ອເກັບກຳຂໍ້ມູນສຳເລັດແລ້ວ, ລາວຈະລາຍງານສະພາບສຸຂະພາບຮ່າງກາຍຂອງນັກຮຽນໃຫ້ແກ່ ສະຖານກົງສຸນໃຫຍ່ ແຫ່ງ ສປປລາວປະຈຳນະຄອນຊາງຊາ ສປຈີນ ແລະ ສະຖານທູດລາວປະຈຳປັກກິ່ງ,ທັງຍັງລາຍງານຄວາມປອດໄພໃຫ້ຄອບຄົວຮູ້,ເຕືອນສະຕິໃຫ້ຄົນໃນຄອບຄົວຢູ່ລາວເວລາອອກບ້ານໃຫ້ໃສ່ຫນ້າກາກອະນາໄມ, ຫມັ່ນລ້າງມື.

“ໂຮງຮຽນໄດ້ສະຫນອງຄວາມຊ່ວຍເຫລືອຫລາຍຢ່າງໃຫ້ພວກເຮົານັກສຶກສາທີ່ຍັງຢູ່ໂຮງຮຽນ ຊີວິດການເປັນຢູ່ປະຈຳວັນຂອງພວກເຮົາຈຶ່ງສາມາດດຳເນີນໄປຢ່າງເປັນລະບຽບຮຽບຮ້ອຍ” ທ່ານ ຄຳຫລ້າ ສີດາໄຊ ບອກກັບນັກຂ່າວວ່າ,ທຸກມື້ໂຮງຮຽນຈະຈັດໃຫ້ມີການສົ່ງອາຫານໃຫ້ນັກຮຽນຕ່າງປະເທດສາມຄາບຕໍ່ມື້,ວັດແທກອຸນຫະພູມຮ່າງກາຍກ່ອນຈຶ່ງເອົາອາຫານ,ຖ້າວ່າໃຜບໍ່ໄປເອົາອາຫານ,ຜູ້ຮັບຜິດຊອບຈະໄປຫາຜູ້ກ່ຽວຢູ່ຫ້ອງ ເພື່ອສອບຖາມກວດກາສະພາບຮ່າງກາຍ.ເພື່ອເປັນການຫລີກລ່ຽງການອອກໄປທາງນອກ,ໂຮງຮຽນຍັງສ້າງກຸ່ມວີແຊັດເພື່ອຕອບສະຫນອງຄວາມຕ້ອງການໃນການໃຊ້ຊີວິດປະຈຳວັນຂອງທຸກຄົນ,“ຢາກໄດ້ອັນໃດກໍສາມາດຊື້ໄດ້ໃນກຸ່ມວີແຊັດ,ຫລັງຈາກນັ້ນບໍ່ພໍເທົ່າໃດນາທີເຄື່ອງຈາກຮ້ານສັບພະສິນຄ້າທີ່ຢູ່ຫນ້າປະຕູໂຮງຮຽນກໍສົ່ງມາເຖິງມືແລ້ວ”.

ສຳລັບທ່ານ ຄຳຫຼ້າ ສີດາໄຊ,ໃນໄລຍະເວລາພິເສດທີ່ອອກໄປນອກບໍ່ໄດ້ນີ້,ກໍ່ໄດ້ໃຫ້ເວລາລາວຂຽນບົດນິພົນຂອງຕົນໃຫ້ສຳເລັດຢ່າງເຕັມທີ່.“ຕອນນີ້ນັກສຶກສາທີ່ຍັງຢູ່ສ່ວນຫຼາຍແມ່ນນັກສຶກສາທີ່ໃກ້ຈະຮຽນຈົບ,ທຸກຄົນນອກຈາກຈະເຮັດເລື່ອງປ້ອງກັນພະຍາດໃຫ້ດີແລ້ວ,ເວລາທີ່ເຫລືອກໍແມ່ນຕັ້ງໃຈໃສ່ໃນການຂຽນບົດ”.ທ່ານຄຳຫຼ້າ ສີດາໄຊ ເວົ້າວ່າ,ລາວມາຮຽນຢູ່ອູ່ຮັ້ນຕັ້ງແຕ່ ປີ 2013,ຢູ່ທີ່ນີ້ລາວກໍໄດ້ຮັບຮູ້ການພັດທະນາປ່ຽນແປງໃຫມ່ຢູ່ທຸກມື້ຂອງປະເທດຈີນ.“ປະເທດຈີນຮັບມືແລະຕອບໂຕ້ກັບການລະບາດຂອງພະຍາດໄດ້ຢ່າງວ່ອງໄວ,ຈາກການລະບາດຂອງພະຍາດທີ່ຂະຫຍາຍເປັນວົງກວ້າງຈົນເຖິງການປິດນະຄອນອູ່ຮັ້ນ,ຈາກການກໍ່ສ້າງໂຮງຫມໍຫົວເສິນຊ່ານ(Huoshenshan)ແລະໂຮງຫມໍເລເສິນຊ່ານ(Leishen shan)ຢ່າງວ່ອງໄວ,ຈົນຮອດພະນັກງານການແພດຜູ້ຢູ່ແນວຫນ້າທີ່ແລ່ນແຂ່ງກັບພະຍາດ,ຂ້ອຍໄດ້ເຫັນຂວັນກຳລັງໃຈຄວາມສາມັກຄີຄືພະລັງຂອງຄົນຈີນໃນການຕໍ່ສູ້ກັບພະຍາດລະບາດ,ພວກເຮົານັກສຶກສາຕ່າງປະເທດທີ່ຍັງຢູ່ໂຮງຮຽນລ້ວນແຕ່ມີຄວາມເຊື່ອຫມັ້ນວ່າລັດຖະບານຈີນຈະສາມາດເອົາຊະນະສົງຄາມຕ້ານພະຍາດລະບາດຄັ້ງນີ້ໄດ້ຢ່າງແນ່ນອນ”.