ນັບແຕ່ 12 ໂມງຫາ 24 ໂມງຂອງວັນທີ 10 ກຸມພາ ແຂວງຢຸນນານມີຜູ້ຕິດພະຍາດອັກເສບປອດຈາກເຊື້ອຈຸລະໂລກສາຍພັນໃໝ່ 149 ກໍລະນີ

2020-02-11 17:58:55 |ມາຈາກ: Yunnan Gateway

ນັບແຕ່ເວລາ 12 ໂມງຫາ 24 ໂມງຂອງວັນທີ 10 ກຸມພານີ້, ແຂວງຢຸນນານໄດ້ລາຍງານຜູ້ຕິດພະຍາດອັກເສບປອດຈາກເຊື້ອຈຸລະໂລກສາຍພັນໃໝ່ເພີ່ມຂຶ້ນ 0 ກໍລະນີ.

ແຂວງຢຸນນານໄດ້ຮັບການລາຍງານວ່າມີຜູ້ເປັນພະຍາດທັງໝົດ 149 ກໍລະນີ, ນອກຈາກຜູ້ທີ່ໄດ້ຮັບການປິ່ນປົວຈົນຫາຍຂາດ ແລະ ອອກໂຮງໝໍແລ້ວ, ຜູ້ເປັນພະຍາດທັງໝົດໄດ້ຮັບການປິ່ນປົວແບບແຍກດ່ຽວຢູ່ໂຮງໝໍທີ່ຖືກກຳນົດໄວ້. ປັດຈຸບັນມີຜູ້ອາການຄ່ອນຂ້າງໜັກ 3 ກໍລະນີ, ອາການໜັກ 15 ກໍລະນີ, ປິ່ນປົວຫາຍຂາດ ແລະ ອອກໂຮງໝໍ 19 ກໍລະນີ, ຜູ້ທີ່ຖືກສົງໄສຕິດເຊື້ອພະຍາດ 109 ຄົນ, ຜູ້ທີ່ເຄີຍສຳຜັດກັບຜູ້ເປັນພະຍາດຢ່າງໃກ້ຊິດນັ້ນຍັງມີ 3275 ກໍລະນີພວມຖືກຕິດຕາມສັງເກດຈາກທາງການແພດຢູ່ ແລະ ບໍ່ມີລາຍງານຄົນເສຍຊີວິດ.