ທ່ານ ຄຳພອນ ວົງສັນຕິ ກົງສຸນໃຫຍ່ ສປປ ລາວ ທີ່ຄຸນມິງ ສປ ຈີນ:ສະໜັບສະໜູນປະເທດຈີນຕໍ່ຕ້ານພະຍາດອັກເສບປອດ

2020-02-12 15:36:13 |ມາຈາກ: Yunnangateway

ນັບຕັ້ງແຕ່ເກີດການລະບາດຂອງພະຍາດອັກເສບປອດຈາກເຊື້ອຈຸລະໂລກສາຍພັນໃຫມ່ມານີ້, ທ່ານ ຄຳພອນ ວົງສັນຕິ ກົງສຸນໃຫຍ່ ສປປ ລາວ ທີ່ຄຸນມິງ ສປ ຈີນ ກໍໄດ້ຕິດຕາມການລາຍງານສະພາບຕົວຈິງໃນການຕໍ່ສູ້ກັບການລະບາດພະຍາດຂອງປະເທດຈີນຢ່າງໃກ້ຊິດ.ທ່ານ ຄຳພອນ ວົງສັນຕິ ໃຫ້ຄຳເຫັນວ່າ“ປະຊາຊົນທົ່ວປະເທດຈີນເຄື່ອນໄຫວຕ້ານທານກັບການລະບາດຂອງພະຍາດ, ພະນັກງານການແພດຈຳນວນຫລວງຫລາຍຂໍເຂົ້າຮ່ວມການເດີນທາງເພື່ອໄປຊ່ວຍເຫລືອອູ່ຮັ້ນຢູ່ແນວຫນ້າ, ວາມກ້າຫານໃນການເລືອກແບກຮັບຫນ້າທີ່ອັນສຳຄັນນີ້ມີຄວາມຮັບຜິດຊອບແບບຖ້າຂ້ອຍບໍ່ເຮັດແລ້ວໃຜຈະເຮັດ, ໄດ້ເຮັດໃຫ້ຂ້ອຍຮູ້ສຶກສະເທືອນໃຈຫລາຍ.”

ທ່ານໃຫ້ຄຳເຫັນວ່າ, ທ່ານ ສີຈິ້ນຜິງ ປະທານປະເທດຈີນເປັນຜູ້ບັນຊາການດ້ວຍຕົນເອງ, ວາງແຜນການດ້ວຍຕົນເອງ, ກຳນົດລະບົບປ້ອງກັນ ແລະ ຄວບຄຸມຢ່າງຄົບຖ້ວນ, ເດັດຂາດໃນການສະກັດກັ້ນສະຖານະການແຜ່ລະບາດຂອງພະຍາດ,ສະແດງໃຫ້ເຫັນວ່າພັກ ແລະ ລັດຖະບານຈີນເອົາປະຊາຊົນເປັນຫລັກ, ທ່າທີທີ່ມີຄວາມຮັບຜິດຊອບຕໍ່ໂລກ, ໄດ້ຮັບການຍ້ອງຍໍ ແລະ ຕີລາຄາສູງໃນສັງຄົມສາກົນ, ພ້ອມດຽວກັນປະເທດອື່ນກໍສາມາດຮຳ່ຮຽນ ແລະ ຖອດຖອນບົດຮຽນນຳໄດ້.

ປະເທດລາວເປັນເພື່ອນບ້ານໃກ້ເຮືອນຄຽງທີ່ດີ ແລະຄູ່ຮ່ວມຊະຕາກຳຂອງຈີນ, ກ່ອນຫນ້ານີ້, ການນຳຂອງປະເທດລາວກໍໄດ້ສົ່ງໂທລະເລກສະແດງຄວາມເຫັນໃຈຕໍ່ຜູ້ນຳຈີນ,ເຊື່ອຫມັ້ນວ່າປະຊາຊົນຈີນຈະສາມາດຄວບຄຸມການລະບາດຂອງພະຍາດໄດ້ຢ່າງມີປະສິດທິຜົນແນ່ນອນ,ປະຊາຊົນລາວຍິນດີຮ່ວມກັບອ້າຍນ້ອງປະຊາຊົນຈີນສະຫນັບສະຫນູນເຊິ່ງກັນ ແລະ ກັນ,ເພື່ອພ້ອມກັນຜ່ານຜ່າເອົາຊະນະຄວາມຫຍຸ້ງຍາກນີ້. ທ່ານ ຄຳພອນ ວົງສັນຕິ ກ່າວວ່າ “ເຊື່ອຫມັ້ນວ່າພາຍໃຕ້ການນຳຂອງ ທ່ານ ສີຈິ້ນຜິງ ປະທານປະເທດຈີນ, ປະສານກັບຄວາມກ້າວຫນ້າດ້ານເຕັກນິກການປິ່ນປົວ ແລະ ຄວາມພະຍາຍາມທີ່ເປັນອັນຫນຶ່ງອັນດຽວຂອງປະຊາຊົນໃນຊາດ,ບວກກັບການຮ່ວມມືກັນກັບສາກົນໃນການຕໍ່ສູ້ກັບພະຍາດລະບາດນີ້,ຈະຕ້ອງສາມາດເອົາຊະນະສົງຄາມການສະກັດກັ້ນ ແລະ ຕໍ່ສູ້ກັບການລະບາດຂອງພະຍາດໄດ້ຢ່າງແນ່ນອນ,ເພື່ອເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນກັບຄືນສູ່ປົກກະຕິ.”

ທ່ານແຈ້ງໃຫ້ຮູ້ວ່າ, ໃນປັດຈຸບັນ, ນັກຮຽນລາວທີ່ຍັງຢູ່ແຂວງຢຸນນານທັງຫມົດມີ 39 ຄົນ, ພາຍໃຕ້ການເບິ່ງແຍງຈາກຄູ ແລະ ໂຮງຮຽນ, ພວກເຂົາສຸຂະພາບກາຍໃຈແຂງແຮງດີ. ສະ

ຖານກົງສຸນໃຫຍ່ ສປປ ລາວ ທີ່ຄຸນມິງ ກໍໄດ້ຮ່ວມມືຢ່າງໃກ້ຊິດກັບຫ້ອງການຕ່າງປະເທດແຂວງຢຸນນານ, ຫ້ອງການຕ່າງປະເທດນະຄອນຄຸນຫມິງ, ເປີດສາຍດ່ວນເພື່ອຕິດຕາມກ່ຽວກັບການລະບາດຂອງພະຍາດ, ເພີ່ມການປະຊາສຳພັນແກ່ນັກຮຽນທີ່ຍັງຢູ່ຈີນໃນການປ້ອງກັນພະຍາດ, ຕ້ອງໃສ່ຜ້າອັດປາກ, ຫມັ່ນລ້າງມື, ອອກໄປທາງນອກໃຫ້ຫນ້ອຍລົງ, ເພີ່ມພູມຕ້ານທານຮ່າງກາຍໃຫ້ເຂັ້ມແຂງ ແລະ ອື່ນໆ.