ນັບແຕ່ 12 ໂມງຫາ 24 ໂມງຂອງວັນທີ 11ກຸມພາ ແຂວງຢຸນນານມີຜູ້ຕິດພະຍາດອັກເສບປອດຈາກເຊື້ອຈຸລະໂລກສາຍພັນໃໝ່ເພີ່ມຂຶ້ນ 1 ກໍລະນີ

2020-02-12 15:39:12 |ມາຈາກ: Yunnangateway

ນັບແຕ່ເວລາ 12 ໂມງຫາ 24 ໂມງຂອງວັນທີ 11 ກຸມພານີ້, ແຂວງຢຸນນານໄດ້ລາຍງານຜູ້ຕິດພະຍາດອັກເສບປອດຈາກເຊື້ອຈຸລະໂລກສາຍພັນໃໝ່ເພີ່ມຂຶ້ນ 1 ກໍລະນີ(ກິ່ງແຂວງຫົງເຮີ).

ແຂວງຢຸນນານໄດ້ຮັບການລາຍງານວ່າມີຜູ້ເປັນພະຍາດທັງໝົດ 154 ກໍລະນີ, ນອກຈາກຜູ້ທີ່ໄດ້ຮັບການປິ່ນປົວຈົນຫາຍຂາດ ແລະ ອອກໂຮງໝໍແລ້ວ, ຜູ້ເປັນພະຍາດທັງໝົດໄດ້ຮັບການປິ່ນປົວແບບແຍກດ່ຽວຢູ່ໂຮງໝໍທີ່ຖືກກຳນົດໄວ້. ປັດຈຸບັນມີຜູ້ອາການຄ່ອນຂ້າງໜັກ 2 ກໍລະນີ, ອາການໜັກ 16 ກໍລະນີ, ປິ່ນປົວຫາຍຂາດ ແລະ ອອກໂຮງໝໍ 20 ກໍລະນີ, ຜູ້ທີ່ຖືກສົງໄສຕິດເຊື້ອພະຍາດ 89 ຄົນ, ຜູ້ທີ່ເຄີຍສຳຜັດກັບຜູ້ເປັນພະຍາດຢ່າງໃກ້ຊິດນັ້ນຍັງມີ 2962 ກໍລະນີພວມຖືກຕິດຕາມສັງເກດຈາກທາງການແພດຢູ່ ແລະ ບໍ່ມີລາຍງານຄົນເສຍຊີວິດ.

ໃນການລາຍງານຂອງແຂວງຢຸນນານທີ່ຢືນຢັນກໍລະນີຜູ້ຕິດເຊື້ອພະຍາດ, ນະຄອນຄຸນໝິງ 46 ກໍລະນີ, ກິ່ງແຂວງສິບສອງພັນນາ 15 ກໍລະນີ, ເມືອງຈ່ຽວທ່ອງ 14 ກໍລະນີ, ເມືອງຢີຊີ 14 ກໍລະນີ, ເມືອງຊູຈິ້ງ 13 ກໍລະນີ, ກິ່ງແຂວງຕາຫຼີ້ 13 ກໍລະນີ, ເມືອງເປົາຊານ 9 ກໍລະນີ, ເມືອງລີ້ຈ່ຽງ 7 ກໍລະນີ, ກິ່ງແຂວງຫົງເຮີ 7 ກໍລະນີ, ກິ່ງແຂວງເຕີຫົງ 5 ກໍລະນີ, ເມືອງພູເອີ 4 ກໍລະນີ, ກິ່ງແຂວງຊູສົງ 4 ກໍລະນີ, ກິ່ງແຂວງວົນຊານ 2 ກໍລະນີ ແລະ ເມືອງລີນຊ່າງ 1 ກໍລະນີ.