ນັບແຕ່ 0 ໂມງຫາ 12 ໂມງຂອງວັນທີ 13ກຸມພາ ແຂວງຢຸນນານມີຜູ້ຕິດພະຍາດອັກເສບປອດຈາກເຊື້ອຈຸລະໂລກສາຍພັນໃໝ່ເພີ່ມຂຶ້ນ 1 ກໍລະນີ

2020-02-13 16:23:07 |ມາຈາກ: yunnangateway

ນັບແຕ່ເວລາ 0ໂມງຫາ 12ໂມງຂອງວັນທີ13ກຸມພານີ້, ແຂວງຢຸນນານໄດ້ລາຍງານຜູ້ຕິດພະຍາດອັກເສບປອດຈາກເຊື້ອຈຸລະໂລກສາຍພັນໃໝ່ເພີ່ມຂຶ້ນ 1ກໍລະນີ(ຄຸນໝິງ).

ແຂວງຢຸນນານໄດ້ຮັບການລາຍງານວ່າມີຜູ້ເປັນພະຍາດທັງໝົດ156ກໍລະນີ, ນອກຈາກຜູ້ທີ່ໄດ້ຮັບການປິ່ນປົວຈົນຫາຍຂາດ ແລະ ອອກໂຮງໝໍແລ້ວ, ຜູ້ເປັນພະຍາດທັງໝົດໄດ້ຮັບການປິ່ນປົວແບບແຍກດ່ຽວຢູ່ໂຮງໝໍທີ່ຖືກກຳນົດໄວ້. ປັດຈຸບັນມີຜູ້ອາການຄ່ອນຂ້າງໜັກ 2ກໍລະນີ, ອາການໜັກ15ກໍລະນີ, ປິ່ນປົວຫາຍຂາດ ແລະ ອອກໂຮງໝໍ 27ກໍລະນີ, ຜູ້ທີ່ຖືກສົງໄສຕິດເຊື້ອພະຍາດ93ຄົນ, ຜູ້ທີ່ເຄີຍສຳຜັດກັບຜູ້ເປັນພະຍາດຢ່າງໃກ້ຊິດນັ້ນຍັງມີ3059ກໍລະນີພວມຖືກຕິດຕາມສັງເກດຈາກທາງການແພດຢູ່ ແລະ ບໍ່ມີລາຍງານຄົນເສຍຊີວິດ.

ໃນການລາຍງານຂອງແຂວງຢຸນນານທີ່ຢືນຢັນກໍລະນີຜູ້ຕິດເຊື້ອພະຍາດ, ນະຄອນຄຸນໝິງ48ກໍລະນີ, ກິ່ງແຂວງສິບສອງພັນນາ15 ກໍລະນີ,ເມືອງຈ່ຽວທ່ອງ14ກໍລະນີ,ເມືອງຢີຊີ14 ກໍລະນີ,ເມືອງຊູຈິ້ງ13ກໍລະນີ, ກິ່ງແຂວງຕາຫຼີ້13ກໍລະນີ, ເມືອງເປົາຊານ9 ກໍລະນີ, ເມືອງລີ້ຈ່ຽງ7 ກໍລະນີ, ກິ່ງແຂວງຫົງເຮີ7ກໍລະນີ, ກິ່ງແຂວງເຕີຫົງ5 ກໍລະນີ, ເມືອງພູເອີ4 ກໍລະນີ, ກິ່ງແຂວງຊູສົງ4 ກໍລະນີ, ກິ່ງແຂວງວົນຊານ2ກໍລະນີແລະເມືອງລີນຊ່າງ1 ກໍລະນີ.