ສຳເລັດການເຈາະອຸໂມງລີ້ຊິ່ນຂອງເສັ້ນທາງລົດໄຟລາວ-ຈີນ

2020-02-17 16:44:28 |ມາຈາກ: Yunnan Gateway

ໃນວັນທີ 15 ເດືອນກຸມພາ, ເສັ້ນທາງລົດໄຟລາວ-ຈີນ ຕອນເມືອງຢູ້ສີ່ເຖິງດ່ານບໍ່ຫານ,ອຸໂມງລີ້ຊິ່ນ ເຊິ່ງເປັນອຸໂມງທີ່ມີຄວາມສ່ຽງສູງລະດັບຫນຶ່ງຂອງທາງລົດໄຟລາວ-ຈີນໄດ້ເຈາະໃຫ້ຊອດຢ່າງສຳເລັດຜົນ, ເຊິ່ງເປັນຂີດໝາຍວ່າການກໍ່ສ້າງອຸໂມງທີ່ມີຄວາມສ່ຽງສູງຂອງທາງລົດໄຟລາວ-ຈີນໄດ້ຮັບການບຸກທະລຸອັນຍິ່ງໃຫຍ່.ອຸໂມງລີ້ຊິ່ນຕັ້ງຢູ່ຈຸດຕັດກັນຂອງເມືອງຢວນຈ່ຽງແລະເມືອງຊີ່ງຜິ່ງ, ມີຄວາມຍາວທັງໝົດ 5,3 ກິໂລແມັດ.ໂຄງປະກອບທໍລະນີທີ່ສັບສົນຂອງອຸໂມງ,ໄດ້ນຳຄວາມຫຍຸ້ງຍາກມາໃຫ້ແກ່ການກໍ່ສ້າງ.ບໍລິສັດທາງລົດໄຟຈີນ ສາຂາຄຸນໝິງ ໄດ້ພະຍາຍາມໃນການປ້ອງກັນການລະບາດຂອງພະຍາດອັກເສບປອດ,ພ້ອມດຽວກັນນັ້ນ,ກໍໄດ້ຟື້ນຟູການຜະລິດ ແລະ ໃຫ້ພະນັກງານກັບຄືນໄປເຮັດວຽກ, ເພື່ອຊຸກຍູ້ການກໍ່ສ້າງອຸໂມງຢ່າງສຸດກຳລັງ.