ທິມແພດຊຸດທີສີ່ ແລະ ຊຸດທີຫ້າຂອງແຂວງຢຸນນານທີ່ຈະໄປຊ່ວຍເຫຼືອແຂວງຫູເປີ່ຍອອກເດີນທາງໄປຫູເປີ່ຍແລ້ວ

2020-02-17 16:47:52 |ມາຈາກ: Yunnan Gateway


ໃນວັນທີ 15 ເດືອນກຸມພາ, ຢູ່ສະຫນາມບິນຊາງຊຸຍຄຸນໝິງ, ທິມແພດຊຸດທີ່ສີ່ຂອງແຂວງຢຸນນານທີ່ຈະໄປຊ່ວຍເຫຼືອແຂວງຫູເປີ່ຍປະກອບດ້ວຍພະນັກງານແພດ 102 ຄົນອອກເດີນທາງໄປຫູເປີ່ຍແລ້ວເພື່ອຊ່ວຍເຫຼືອວຽກງານການປິ່ນປົວພະຍາດອັກເສບປອດຈາກເຊື້ອຈຸລະໂລກສາຍພັນໃໝ່.

ໃນວັນທີ 16 ເດືອນກຸມພາ,ທິມແພດຊຸດທີຫ້າຂອງແຂວງຢຸນນານທີ່ຈະໄປຊ່ວຍເຫຼືອແຂວງຫູເປີ່ຍກໍອອກເດີນທາງໄປຫູເປີ່ຍແລ້ວ, ເຊິ່ງໃນຄັ້ງນີ້ມີພະນັກງານແພດໄປຫູເປີ່ຍ 108 ຄົນ.

ຮອດປັດຈຸບັນນີ້, ແຂວງຢຸນນານໄດ້ສົ່ງພະນັກງານແພດທັງໝົດ 809 ຄົນໄປຊ່ວຍເຫຼືອແຂວງຫູເປີ່ຍ, ເພື່ອຊ່ວຍເຫຼືອແຂວງຫູເປີ່ຍໃນການດຳເນີນການປິ່ນປົວພະຍາດອັກເສບປອດຈາກເຊື້ອຈຸລະໂລກສາຍພັນໃໝ່.