ປີກາຍນີ້ຜູ້ທຸກຍາກຢູ່ແຂວງຢຸນນານ ຈຳນວນ 1,368 ລ້ານຄົນໄດ້ຫຼຸດພົ້ນອອກຈາກຄວາມທຸກຍາກ

2020-02-18 18:12:55 |ມາຈາກ: Yunnan Gateway

ວັນທີ 17 ກຸມພາ, ນັກຂ່າວໄດ້ຮັບຮູ້ຈາກກອງປະຊຸມທາງໂທລະພາບ ແລະ ໂທລະສັບ ກ່ຽວກັບວຽກງານການແກ້ໄຂຄວາມທຸກຍາກໃນແຂວງຢຸນນານວ່າ, ໃນປີ 2019 ຜູ້ທຸກຍາກຢູ່ແຂວງຢຸນນານຈຳນວນ 1,368 ລ້ານຄົນໄດ້ຫຼຸດພົ້ນອອກຈາກຄວາມທຸກຍາກ, ບ້ານທຸກຍາກຈຳນວນ 3005 ບ້ານໄດ້ຫຼຸດພົ້ນອອກຈາກຄວາມທຸກຍາກ, ຕາແສງທຸກຍາກຈຳນວນ 33 ຕາແສງກໍສົ່ງຄຳຮ້ອງເພື່ອຂໍຫຼຸດພົ້ນອອກຈາກຄວາມທຸກຍາກ.

ລາຍຮັບສະເລ່ຍຕໍ່ຫົວຄົນຂອງຊາວກະສິກອນໃນເຂດທີ່ມີຄວາມທຸກຍາກຂອງແຂວງຢຸນນານເພີ່ມຂຶ້ນຈາກ 2744,43 ຢວນໃນປີ 2015 ເປັນ 9294,49 ຢວນໃນປີ 2019. ອັດຕາການເກີດຄວາມທຸກຍາກຂອງກິ່ງແຂວງປົກຄອງຕົນເອງ 8 ແຫ່ງ ແລະ ຕາແສງປົກຄອງຕົນເອງຂອງຊົນເຜົ່າ 29 ແຫ່ງຫລຸດລົງຈາກ 10,58% ແລະ 12,17% ໃນປີ 2015 ເຫລືອ 0,86% ແລະ 0,53% ໃນປີ 2019.