ແຜ່ນ​ດິນ​ໃຫຍ່​ຈີນ​ໄດ້​ສົ່ງ​ພະ​ນັກ​ງານການ​ແພດ​ 32.000 ຄົນ​ໄປ​ສະ​ໜັບ​ສະ​ໜູນແຂວງ​ຫູ​ເປີຍ​ແລະ​ນະ​ຄອນ​ອູ​ຮັ້ນ

2020-02-18 18:15:14 |ມາຈາກ: CRI

ໃນ​ກອງ​ປະ​ຊຸມ​ຂ່າວ​ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 17 ກຸມ​ພາ​ນີ້, ເຈົ້າ​ໜ້າ​ທີ່​ຄະ​ນະ​ກຳ​ມະ​ການ​ອະ​ນາ​ໄມ​ແລະ​ສຸ​ຂະ​ພາບ​ແຫ່ງ​ຊາດ​ຈີ​ນ​ກ່າວ​ວ່າ, ປັດ​ຈຸ​ບັນ, ແຜ່ນ​ດິນ​ໃຫຍ່​ຈີນ​ໄດ້​ສົ່ງ​​ພະ​ນັກ​ງານການ​ແພດ​ 32.000 ຄົນ​ໄປ​ສະ​ໜັບ​ສະ​ໜູນແຂວງ​ຫູ​ເປີຍ​ແລະ​ນະ​ຄອນ​ອູ​ຮັ້ນ.

ຂ່າວ​ແຈ້ງວ່າ, ໂດຍ​ແນ​ໃສ່​​ກໍ​ລະ​ນີ​ທີ່ນະ​ຄອນ​ອູ​ຮັ້ນ​ມີ​ຜູ້​ເປັນ​ພະ​ຍາດ​ອັກ​ເສບ​ປອດ​ອາ​ການ​​ສາ​ຫັດຫຼາຍ​ຄົນ, ຜູ້​ທີ່​ໄປ​ຊ່ວຍ​ເຫຼືອ​ອູ​ຮັ້ນ​ສ່ວນຫຼາຍ​ແມ່ນ​ຜູ້​ຊ່ຽວ​ຊານ​ປິ່ນ​ປົວ​ພະ​ຍາດ​​ອາ​ການສາ​ຫັດ ແລະ ມີ​ເຖິງ 11.000 ຄົນ ເຊິ່ງ​ໄດ້​ກວມ​ເກືອບ 10% ຂອງ​ຊັບ​ພະ​ຍາ​ກອນ​ມະ​ນຸ​ດ້ານການ​ແພດປົວ​ພະ​ຍາດ​ຂັ້ນສາ​ຫັດ​ໃນ​ທົ່ວ​ປະ​ເທດ​ຈີນ. ປັດ​ຈຸ​ບັນ, ຈີນ​ພວມ​​ຮ່າງ​ແຜນ​ການ​ບົ່ງ​ມະ​ຕິ​​ແລະ​ປິ່ນ​ປົວສະ​ບັບ​ທີ 6 ເພື່ອ​ຊີ້​ນຳ​ວຽກ​ງານ​ປິ່ນ​ປົວ ແລະ ຍົກ​ລະ​ດັບ​ການ​ປິ່ນ​ປົວ​ໃນ​ທົ່ວ​ປະ​ເທດ​ໃຫ້​ສູງ​ຂຶ້ນ.

ນອກ​ນີ້, ພາກ​ສ່ວນ​ທີ່​ກ່ຽວ​ຂ້ອງ​ຍັງ​ໄດ້​ຈັດ​ສັນ​ໜ່ວຍ​ຊ່ວຍ​ເຫຼືອ​ທາງ​ການ​ແພດ​ສຸກ​ເສີນ​ແຫ່ງ​ຊາດ 22 ໜ່ວຍ, 3 ຫ້ອງ​ທົດ​ລອງ​ເຄື່ອນ​ທີ່ P3 ແລະ ​ພະ​ນັກ​ງານກວດ​ ແລະ ວິ​ເຄາະ​ໄວ​ຣັ​ສ​ໄປ​ຊ່ວຍ​ເຫຼືອ​ນະ​ຄອນ​ອູ​ຮັ້ນ ແລະ ແຂວງ​ຫູ​ເປີຍ.