ໂຮງ​ງານ​ຜະ​ລິດ​ຕົ້ນ​ຕໍ​ທີ່​ຂຶ້ນ​ກັບ​ລັດ​ວິ​ສາ​ຫະ​ກິດ​ຂັ້ນ​ສູນ​ກາງ​ຈີນ​ໄດ້​ຟື້ນ​ຟູ​ການ​ຜະ​ລິດ​​ຄືນ​ໃໝ່ຫຼາຍກວ່າ 80%

2020-02-18 18:16:21 |ມາຈາກ: CRI

ໃນ​ກອງ​ປະ​ຊຸມ​ຂ່າວ​ກົນ​ໄກຮ່ວມ​ກັນ​ປ້ອງ​ກັນ​ແລະ​ຄວບ​ຄຸມການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 18 ກຸມ​ພາ​ນີ້, ເຈົ້າ​ໜ້າ​ທີ່​ຄະ​ນະ​ກຳ​ມະ​ການ​ຕິດ​ຕາມ​ຄຸ້ມ​ຄອງ​ຊັບ​ສິນ​ແຫ່ງ​ລັດ​ຂອງ​ລັດ​ຖະ​ບານ​ຈີນ ທີ່​ຮັບ​ຜິດ​ຊອບ​ການ​ຕິດ​ຕາມ​ຄຸ້ມ​ຄອງ​ລັດ​ວິ​ສາ​ຫະ​ກິດ ກ່າວ​ວ່າ, ປັດ​ຈຸ​ບັ​ນນີ້, ໂຮງ​ງານ​ຜະ​ລິດ​ຕົ້ນ​ຕໍ​ 2 ໝື່ນກວ່າ​ແຫ່ງທີ່​ຂຶ້ນ​ກັບ​ລັດ​ວິ​ສາ​ຫະ​ກິດ​ສູນ​ກາງ​ຈີນ​ໄດ້​ຟື້ນ​ຟູ​ການ​ຜະ​ລິດ​​ຄືນໃໝ່ຫຼາຍກວ່າ 80%.

ຂ່າວ​ແຈ້ງວ່າ, ຄະ​ນະ​ກຳ​ມະ​ການ​ຕິດ​ຕາມ​ຄຸ້ມ​ຄອງ​ຊັບ​ສິນ​ແຫ່ງ​ລັດ​ຈະ​ບໍ່​ປ່ຽນ​ແປງ​ເປົ້າ​ໝາຍ​ການ​ຜະ​ລິດ​, ເປົ້າ​ໝາຍ​ທຸ​ລະ​ກິດ ແລະ ໜ້າ​ທີ່​ປະ​ຕິ​ຮູບ ທີ່​ໄດ້​ວາງ​ອອກ​ໃນ​ຕົ້ນ​ປີ​ນີ້, ການ​ຟື້ນ​ຟູ​ການ​ຜະ​ລິດ​ຄືນ​ໃໝ່​ເປັນ​ການ​ຄ້ຳ​ປະ​ກັນ​ທີ່​ສຳ​ຄັນ ສຳ​ລັບ​ການ​ຮັບ​ມື​ກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ອັກ​ເສບ​ປອດ​ສາຍ​ພັນ​ໃໝ່​ຢ່າງ​ບັງ​ເກີດ​ຜົນ ແລະ ຮັກ​ສາ​ໃຫ້​ເສດ​ຖະ​ກິດ​ພັດ​ທະ​ນາ​ຢ່າງ​ໜັກ​ແໜ້ນ. ສະ​ຖິ​ຕິ​ເບື້ອງ​ຕົ້ນ​ສະ​ແດງ​ໃຫ້​ເຫັນ​ວ່າ, ໂຮງ​ງານ​ຜະ​ລິດ​ຕົ້ນ​ຕໍ​ 2 ໝື່ນກວ່າ​ແຫ່ງທີ່​ຂຶ້ນ​ກັບ​ລັດ​ວິ​ສາ​ຫະ​ກິດ​ຂັ້ນ​ສູນ​ກາງ​ຈີນ​ ທີ່​ຕິດ​ຕາມ​ຄຸ້ມ​ຄອງ​ໂດຍ​ຄະ​ນະ​ກຳ​ມະ​ການ​ດັ່ງ​ກ່າວ ໄດ້​ຟື້ນ​ຟູ​ການ​ຜະ​ລິດ​​ຄືນ​ໃໝ່ຫຼາຍກວ່າ 80%, ວິ​ສາ​ຫະ​ກິດ​ທີ່​ຍັງ​ບໍ່​ທັນ​ຟື້ນ​ຟູ​ການ​ຜະ​ລິດ​ແມ່ນ​ຍ້ອນ​ວ່າ ຍັງ​ບໍ່​ທັນ​ໄດ້​ຕາມ​ເງື່ອນ​ໄຂ​​ການຟື້ນ​ຟູ​ການ​ຜະ​ລິດ. ອັດ​ຕາ​ຟື້ນ​ຟູ​ກາ​ນ​ຜະ​ລິດ​ ​ຂອງ​ອຸດ​ສາ​ຫະ​ກຳ​ນ້ຳ​ມັນ​ເຊື້ອ​ໄຟແລະເຄ​ມີ, ໂທ​ລະ​ຄົມ, ຕາໜ່າງ​ໄຟ​ຟ້າ ແລະ ຄົມ​ມະ​ນາ​ຄົມ​ຂົນ​ສົ່ງ​ເປັນ​ຕົ້ນ ລ້ວນ​ແຕ່​ລື່ນ​ກາຍ 95% ແລະ ບາງ​ຂະ​ແໜງ​ການ​ໄດ້​ຟື້ນ​ຟູສຳ​ເລັດ 100%.