ທ່ານ​ຫວາງ​ຢີ້​ຈະ​ເຂົ້າ​ຮ່ວມກອ​ງ​ປະ​ຊຸມ​​ວິ​ສາ​ມັນລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​​ຈີນ-ອາ​ຊຽນກ່ຽວ​ກັບ​ບັນ​ຫາ​ພະ​ຍາດ​ອັກ​ເສບ​ປອດ​ສາຍ​ພັນ​ໃໝ່

2020-02-18 18:18:05 |ມາຈາກ: CRI

ໃນ​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ທາງ​ອິນ​ເຕີ​ເນັດ​ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 17 ກຸ​ມ​ພາ​ນີ້, ທ່ານ​ເກີງ​ຊວງ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ກ່າວ​ວ່າ, ທ່ານ​ຫວາງ​ຢີ້ ທີ່​ປຶກ​ສາ​ແຫ່ງ​ລັດ​ທັງ​ເປັນ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ຈະ​ເດີນ​ທາງ​ໄປ​ນະ​ຄອນ​ຫຼວງວຽງ​ຈັນ ສ​ປ​ປ ລາວ​ເພື່ອ​ເຂົ້າ​ຮ່ວມກອງ​ປະ​ຊຸມວິ​ສາ​ມັນ​ລັດ​ຖະ​ມົນ​ຕີ​​ກ​ະ​ຊວງການ​ຕ່າງ​ປະ​ເທດຈີນ-ອາ​ຊຽນກ່ຽວ​ກັບ​ບັນ​ຫາ​ພະ​ຍາດ​ອັກ​ເສບ​ປອດ​​ຈາກ​ໄວ​ຣັ​ສ​ໂຄ​ໂຣ​ນາສາຍ​ພັນ​ໃໝ່​ແຕ່​ວັນ​ທີ 19 ຫາ​ວັນ​ທີ 21 ກຸມ​ພາ​ນີ້. ກອງ​ປະ​ຊຸມ​ດັ່ງ​ກ່າວ​ຈະ​ຊຸກ​ຍູ້​ຈີນ​ແລະ​ປະ​ເທດ​ອາ​ຊຽນ​ຮ່ວມ​ກັນ​ຮັບ​ມື​ກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ອັກ​ເສບ​ປອ​ດ​ສາຍ​ພັນ​ໃໝ່, ​ກໍ​ຄື​ການຮັກ​ສາ​ສຸ​ຂະ​ພາບ​ແລະ​​ປອດ​ໄພ​ຂອງ​ປະ​ຊາ​ຊົນ​ຢູ່​ພາກ​ພື້ນ​ນີ້, ທັງ​ເປັນ​ການປະ​ກອບ​ສ່ວນ​ເຂົ້າ​ໃນ​ພາ​ລະ​ກິດ​ສາ​ທາ​ລະ​ນະ​ສຸກ​ຂອງ​ໂລກ.

ຂ່າວ​ແຈ້ງວ່າ, ທ່ານ​ຫວາງ​ຢີ້​ແລະ​ທ່ານ​ເ​ຕ​ໂດ​ໂຣ ໂລ​ເປັ​ສ ​ລອກ​ຊິນ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຟີ​ລິບ​ປີນ​ເຊິ່ງ​ເປັນ​ປະ​ເທດ​ປະ​ສານ​ງານການ​ພົວ​ພັນ​ລະ​ຫວ່າງ​ຈີນ​ກັບ​ອາ​ຊຽນ​​ຈະເປັນ​ປະ​ທານ​ຮ່ວມ​ຈັດ​ກອ​ງ​ປະ​ຊຸມ​ຄັ້ງ​ນີ້. ທ່ານ​ຫວາງ​ຢີ້​ຈະ​ແນະ​ນຳ​ມາດ​ຕະ​ການ​ອັນ​ເຂັ້ມ​ແຂງ​​ທີ່​ຈີນ​ໄດ້​ປະ​ຕິ​ບັດ​ເພື່ອ​ຕໍ່​ຕ້ານ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ, ​ບັນ​ດາລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ອາ​ຊຽນ​ຈະ​ແລກ​ປ່ຽນ​ຄວາມ​​ຄິດເຫັນ​ຢ່າງ​ເລິກ​ເຊິ່ງ​ກ່ຽວ​ກັບ​ການ​ຮ່ວມ​ກັນ​ຮັບ​ມື​ກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ, ຊຸກ​ຍູ້​ຈີນ​ແລະ​ປະ​ເທດ​ອາ​ຊຽນ​ເພີ່ມ​ທະ​ວີ​ການ​ປ້ອງ​ກັນ​ແລະ​ຄວບ​​ຄຸ​ມ​​ພະ​ຍາດຮ່​ວມ​ກັນ, ຮັກ​ສາ​ການ​​ແລກ​ປ່ຽນ​ດ້ານ​ເສດ​ຖະ​ກິດ​ສັງ​ຄົມ​ຢ່າງ​ເປັນ​ປົກ​ກະ​ຕິ, ແລະ​ຄົ້ນ​ຄວ້າ​ປຶ​ກ​ສາ​ຫາ​ລື​ເພື່ອ​ສ້າງ​ກົນ​ໄກ​ໄລ​ຍະ​ຍາວ​​ການ​ຮ່​ວມ​ມື​ດ້ານສາ​ທາ​ລະ​ນະ​ສຸກ.

ນອກ​ນີ້, ໂດຍ​ຕອບ​ສະ​ໜອງ​ຕາມ​ຄຳ​ເຊີນ​ຂອງ​ທ່ານສະ​ເຫຼີມ​ໄຊ ກົມ​ມະ​ສິດ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າ​ງ​ປະ​ເທດ​ລາວ, ທ່ານ​ຫວາງ​ຢີ້​ຈະ​ຮ່ວມ​ກັບ​ທ່ານ​ສະ​ເຫຼີມ​ໄຊ ກົມ​ມະ​ສິດ​ເປັນ​ປະ​ທານ​ຈັດ​ກອງ​ປະ​ຊຸມ​ການ​ຮ່ວມ​ມື​ແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ຂອງ​ຄັ້ງ​ທີ 5 ແລະ​ຢ້ຽມ​ຢາມ ສ​ປ​ປ ລາວ​ຢ່າງ​ເປັນ​ທາງ​ການ.