ໃນໃຈຂອງພວກເຮົາເຊື່ອຫມັ້ນວ່າພວກເຮົາຈະໄດ້ຮັບໄຊຊະນະ 

2020-02-20 19:09:48 |ມາຈາກ: Yunnan Gateway

ວັນທີ 17 ກຸມພາ 2020, ອາກາດແຈ່ມໃສ

ມື້ນີ້ແສງແດດໃນເມືອງອູຮັ້ນແມ່ນດີແທ້ໆ. ທ້ອງຟ້າສີຟ້າຄືກັບຢູ່ບ້ານເກີດພວກເຮົາ.


ຮອງຫົວຫນ້າທິມ: ພູຫົງ

ນັບແຕ່ອອກເດີນທາງໄປອູຮັ້ນໃນວັນທີ 12 ຮອດມື້ນີ້ກໍໄດ້ 5 ມື້ແລ້ວ, ແລະຂ້ອຍໄດ້ຢູ່ຫ້ອງແຍກປ່ຽວ 3 ມື້ແລ້ວ, ຂ້ອຍຮູ້ສຶກວ່າດຽວນີ້ຂ້ອຍຕ້ອງການຮູ້ພຽງແຕ່ວ່າໃນທຸກໆມື້ເຂົ້າເຮັດວຽກຕອນຈັກໂມງ, ບໍ່ຈຳເປັນຕ້ອງຈື່ວ່າມື້ນີ້ແມ່ນວັນທີເທົ່າໃດ, ອາທິດໃດ, ຫຼື ມື້ພິເສດໃດໆ. ໃນສອງສາມມື້ນີ້, ເຖິງວ່າການໃສ່ຜ້າອັດປາກ,ແວ່ນຕາປ້ອງກັນ ແລະ ເຄື່ອງນຸ່ງປ້ອງກັນເຮັດໃຫ້ຄົນອິດເມື່ອຍໃນເວລາເຮັດວຽກ, ແລະ ສະພາບແວດລ້ອມຂອງການເຮັດວຽກກໍ່ເຮັດໃຫ້ມີຄວາມຄຽດ ແລະ ຄວາມວິຕົກກັງວົນ, ແຕ່ວ່າຫລັງຈາກໄດ້ປິ່ນປົວຄົນເຈັບ, ໄດ້ຮັບຄຳຂອບໃຈຈາກຄົນເຈັບ, ແລະ ທັນໃດນັ້ນຂ້ອຍກໍຮູ້ສຶກວ່າຕົນເອງບໍ່ເມື່ອຍຫລາຍ. ຂ້ອຍຄິດວ່າສິ່ງທີ່ມີຄວາມສຸກທີ່ສຸດກໍແມ່ນຄົນເຈັບສາມາດເຂົ້າໃຈການອອກເຫື່ອເທແຮງຂອງເຈົ້າ, ແລະຮູ້ວ່າເຈົ້າເຮັດວຽກບໍ່ງ່າຍເລີຍ ແລະ ສິ່ງນີ້ກໍ່ໄດ້ກາຍເປັນແຮງຈູງໃຈໃຫ້ຂ້ອຍກ້າວຕໍ່ໄປ.

 

ສະມາຊິກໃນທິມ: ຊຸ້ຍຢາຝັງ,ຈາງລີ້ຊີ, ດິງຢີ, ເຊີນຊຽວ 

ໃນການເຮັດວຽກງານທຸກໆຄົນໄດ້ຊ່ວຍເຫຼືອເຊິ່ງກັນ ແລະ ກັນ,ແລະມີຄວາມສາມັກຄີກັນຫຼາຍ, ການນຳຂອງໂຮງໝໍ ແລະ ຄູອາຈານໃນພະແນກຂອງໂຮງໝໍທ້ອງຖິ່ນກໍ່ເອົາໃຈໃສ່ພວກເຮົາແລະ ມີຄວາມ
ກະຕືລືລົ້ນຕໍ່ພວກເຮົາ.ຫລັງຈາກເຮັດວຽກ, ການຖອດເຄື່ອງນຸ່ງປ້ອງກັນອອກຕ້ອງໃຊ້ເວລາປະມານເຄິ່ງຊົ່ວໂມງຈຶ່ງສຳເລັດ,ເມື່ອກັບມາຮອດໂຮງແຮມຕ້ອງອາບນ້ຳ, ເຮັດອະນາໄມ, ແລະ ຫຼັງຈາກນັ້ນກໍໄປເອົາອາຫານທີ່ຮ້ານອາຫານໃນໂຮງແຮມ.ທາງໂຮງແຮມສະໜອງເຕົາໄມໂຄຣເວບ (microwave oven) ໃຫ້ເຊິ່ງເຮັດໃຫ້ພວກເຮົາສາມາດກິນອາຫານທີ່ອຸ່ນໆໄດ້ໃນທຸກເວລາ,ພວກເຮົາພໍໃຈຫລາຍ.

ໃນສອງສາມມື້ນີ້,ທິມແພດຂອງທົ່ວປະເທດທີ່ຈະໄປຊ່ວຍເຫຼືອແຂວງຫູເປີ່ຍໄດ້ຄ່ອຍທະຍອຍອອກເດີນທາງໄປຫູເປີ່ຍ, ເຕົ້າໂຮມກຳລັງແຮງຂອງຈີນອີກຄັ້ງເພື່ອຕໍ່ຕ້ານກັບສົງຄາມການແຜ່ລະບາດຂອງພະຍາດໃນຄັ້ງນີ້. ໃຫ້ພວກເຮົາລໍຖ້າຢ່າງສະຫງົບຕໍ່ການມາຂອງລະດູໄປໄມ້ປົ່ງໃນອູຮັ້ນຢ່າງແທ້ຈິງ.

ທິມແພດຂອງໂຮງໝໍແມ່ ແລະ ເດັກຄຸນໝິງທີ່ຈະໄປຊ່ວຍເຫຼືອແຂວງຫູເປີ່ຍ