ຢຸນນານ "ເຫມົາລົດ" ໃຫ້ກຳມະກອນກັບຄືນໄປເຮັດວຽກໂດຍບໍ່ເສຍຄ່າ

2020-02-20 19:15:54 |ມາຈາກ: Yunnan Gateway

ໃນໄລຍະການປ້ອງກັນແລະຄວບຄຸມການລະບາດພະຍາດອັກເສບປອດ, ອຳນາດການປົກຄອງແຂວງຢຸນນານເພື່ອເຮັດໃຫ້ກຳມະກອນທີ່ເຮັດວຽກຢູ່ນອກແຂວງໄດ້ກັບຄືນໄປເຮັດວຽກ ແລະ ຟື້ນຟູການຜະລິດຢ່າງວ່ອງໄວ, ສົ່ງເສີມການພັດທະນາຂອງສັງຄົມ ແລະ ເສດຖະກິດຢ່າງໝັ້ນຄົງ.ແຂວງຢຸນນານໄດ້ໃຊ້ວິທີການເຫມົາລົດ (ລົດໂດຍສານ ແລະ ລົດໄຟ) ເພື່ອຊ່ວຍເຫຼືອກຳມະກອນທີ່ເຮັດວຽກຢູ່ນອກແຂວງກັບຄືນໄປເຮັດວຽກຢ່າງເຕັມທີ່,ໄດ້ເຮັດໃຫ້ກຳມະກອນສາມາດ "ອອກຈາກປະຕູເຮືອນຂຶ້ນລົດ, ລົງຈາກລົດແລ້ວເຂົ້າປະຕູໂຮງງານ", ແລະບັນລຸການເພີ່ມລາຍໄດ້ແລະວຽກເຮັດງານທຳ.

ແຕ່ວັນທີ 13 ຫາວັນທີ 16 ເດືອນກຸມພາ, ກຳມະກອນຈາກເມືອງຊູຈິ້ງ,ກິ່ງແຂວງເຕີຫົງ,ເມືອງເປົາຊານ, ກິ່ງແຂວງຊູສົງ,ກິ່ງແຂວງຫົງເຮີ,ກິ່ງແຂວງເຫວິນຊານ ແລະ ສະຖານທີ່ອື່ນໆໄດ້ນັ່ງລົດໂດຍສານໄປໂຮງງານຂອງແຂວງກວາງຕຸ້ງ,ແຂວງເຈີ້ຈ່ຽງ,ແຂວງຟູຈ້ຽນແລະສະຖານທີ່ອື່ນໆເພື່ອກັບຄືນໄປເຮັດວຽກ.

ແຕ່ວັນທີ 18 ຫາວັນທີ 20 ເດືອນກຸມພາ, ໄດ້ມີການເປີດເສັ້ນທາງລົດໄຟຫຼາຍສາຍເຊັ່ນ: ລົດໄຟສາຍ"ເລກຕ່ຽນເຢ້ວ" ແຕ່ເມືອງຄຸນໝິງ ຮອດແຂວງກວາງໂຈ່, ລົດໄຟສາຍ "ເລກຈ່ຽວທ່ອງ" ແຕ່ເມືອງຈ່ຽວທ່ອງຮອດແຂວງເຈີ້ຈ່ຽງ,ລົດໄຟສາຍ"ເລກຊູສົງ"ແຕ່ເມືອງຄຸນໝິງຮອດແຂວງກວາງໂຈ່ວ,ລົດໄຟສາຍ"ເລກນູຈ່ຽງ"ແຕ່ກິ່ງແຂວງຕາຫຼີ້ຮອດເມືອງຈູ່ຮາຍ,ລົດໄຟສາຍ"ເລກຊູຈິ້ງ"ແຕ່ເມືອງຊູຈິ້ງຮອດແຂວງກວາງໂຈ່, ຮັບປະກັນວ່າກຳມະກອນອອກເດີນທາງໂດຍບໍ່ເສຍຄ່າ.

ອີງຕາມຂໍ້ມູນຂ່າວສານ,ກ່ອນທີ່ຈະໃຫ້ກຳມະກອນກັບຄືນໄປເຮັດວຽກ, ພະນັກງານໄດ້ວັດແທກອຸນຫະພູມກຳມະກອນແຕ່ລະຄົນ, ກວດກາ ແລະກວດສອບຂໍ້ມູນອື່ນໆທີ່ກ່ຽວຂ້ອງເຊັ່ນ: ຂໍ້ມູນສຸຂະພາບ, ໃບຮັບຮອງການໄປເຮັດວຽກນອກແຂວງ. ຫລັງຈາກຂຶ້ນລົດແລ້ວ, ພະນັກງານທີ່ເຮັດວຽກບໍລິການຢູ່ເທິງລົດໄດ້ວັດແທກອຸນຫະພູມ ແລະ ສະພາບຮ່າງກາຍຂອງກຳມະກອນໃນທຸກເວລາ. ຫລັງຈາກໄປຮອດຈຸດໝາຍປາຍທາງ, ພະນັກງານຂອງພະແນກໃນອຳນາດການປົກຄອງຈະສົ່ງກຳມະກອນເຂົ້າປະຕູໂຮງງານ, ເພື່ອຮັບປະກັນວ່າທຸກຄົນປອດໄພ ແລະ ຖືກສົ່ງໄປເຮັດວຽກຢ່າງທັນເວລາ.