ຜູ້ທີ່ຮ່າງກາຍຟື້ນຟູຈາກພະຍາດອັກເສບປອດຈາກເຊື້ອຈຸລະໂລກສາຍພັນໃໝ່ສອງຄົນໃນຢຸນນານ ບໍລິຈາກປລາສະມາ

2020-02-21 16:48:02 |ມາຈາກ: Yunnan Gateway

ໃນວັນທີ 19 ເດືອນກຸມພາ, ຜູ້ທີ່ຮ່າງກາຍຟື້ນຟູຈາກພະຍາດອັກເສບປອດຈາກເຊື້ອຈຸລະໂລກສາຍພັນໃໝ່ສອງຄົນໄດ້ບໍລິຈາກປລາສະມາ(Blood Plasma)ໃນກິ່ງແຂວງສິບສອງພັນນາແລະເມືອງຄຸນໝິງ.

ອິງຕາມຂໍ້ມູນຂ່າວສານ, ປລາສະມາຂອງຄົນໃນໄລຍະການຟື້ນຟູຮ່າງກາຍຈາກພະຍາດອັກເສບປອດຈາກເຊື້ອຈຸລະໂລກສາຍພັນໃໝ່, ສາມາດນຳມາໃຊ້ໃນການປິ່ນປົວຄົນເຈັບພະຍາດອັກເສບປອດທີ່ມີອາການຄ່ອນຂ້າງໜັກ ແລະ ອາການໜັກ,ແລະມັນແມ່ນວິທີທີ່ມີປະສິດຕິຜົນໃນການຍົກລະດັບອັດຕາການຮັກສາ ແລະ ຫຼຸດຜ່ອນອັດຕາການເສຍຊີວິດ.