ຜົນຜະລິດກະສິກຳຂອງຢຸນນານຫລາຍກວ່າ 1,000 ກ່ວາໂຕນສົ່ງໄປຊ່ວຍເຫຼືອແລະສະໜັບສະໜູນແຂວງຫູເປີ່ຍ

2020-02-21 16:53:02 |ມາຈາກ: Yunnan Gateway

ໃນວັນທີ 12 ຫາ 19 ເດືອນກຸມພາ,ອີງຕາມຄວາມຕ້ອງການຂອງແຂວງຫູເປິ່ຍ,ທຸກຂົງເຂດຂອງແຂວງຢຸນນານໄດ້ຈັດຕັ້ງ ແລະ ສະໜອງເຄື່ອງຈຳນວນ 1,162 ໂຕນສົ່ງໃຫ້ແຂວງຫູເປີ່ຍ.ໃນນັ້ນມີຜະລິດຕະພັນກະສິກຳຫຼາຍຢ່າງເຊັ່ນ: ຜັກ, ໝາກໄມ້,ຊີ້ນ, ໄຂ່, ດອກໄມ້ ແລະ ອຶ່ນໆ.ຜະລິດຕະພັນກະສິກຳທັງໝົດທີ່ບໍລິຈາກໄດ້ຜ່ານການກວດກາຄຸນນະພາບຂອງພະແນກກະສິກຳແລະຊົນນະບົດແຂວງຢຸນນານ.

ໃນວັນທີ 15 ເດືອນກຸມພາ, ບ້ານຊູດົງຕາແສງໂປນານເມືອງຢົງຜິງກິ່ງແຂວງຕາຫຼີ້ ໄດ້ບໍລິຈາກເງິນທັງຫມົດ 50840 ຢວນ,ບໍລິຈາກໝາກມັນຫໍ້ 18,4 ໂຕນສົ່ງໃຫ້ແຂວງຫູເປິ່ຍ.

ໃນວັນທີ 18 ເດືອນກຸມພາ,ບໍລິສັດເຕັກໂນໂລຊີຊີວະສາດດ່ຽນຢຸນມີຢຸຢຸນນານຈຳກັດໄດ້ບໍລິຈາກນ້ຳເຜິ້ງ 11,797 ອັນທີ່ມີມູນຄ່າທັງໝົດເກືອບ 4 ລ້ານຢວນ, ໃຫ້ແກ່ພະນັກງານແພດໝໍໂດຍຜ່ານມູນນິທິພັດທະນາຊາວໜຸ່ມເມືອງອຸຮັ້ນ.

ໃນວັນທີ 19 ເດືອນກຸມພາ,ບ້ານດາເຫີຍທັງຖະໜົນລູຝູເມືອງປົກຄອງຕົນເອງຊົນເຜົ່າຢີປ່າຫິນບໍລິຈາກຜັກກາດຫົວ 40 ໂຕນໃຫ້ຊາວເມືອງອຸຮັ້ນ.

ໃນວັນທີ 19 ເດືອນກຸມພາ, ວິສາຫະກິດເອກະຊົນ 20 ກວ່າແຫ່ງ ແລະ ຜູ້ທີ່ມີນຳ້ໃຈຂອງແຂວງຢຸນນານໄດ້ບໍລິຈາກເຄື່ອງເຊັ່ນ: ໝາກໄມ້, ຜັກ, ຜະລິດຕະພັນກະສິກຳແລະເຄື່ອງອື່ນໆໝົດມີ 165 ໂຕນທີ່ມີມູນຄ່າທັງໝົດ 9 ແສນກ່ວາຢວນ, ໂດຍບໍລິສັດຂົນສົ່ງຢຸນນານຮົງເຫີທ່ຽນເຊິງໄດ້ຂົນສົ່ງໄປໃຫ້ເມືອງຊ່ຽນນິງໂດຍບໍ່ເສຍຄ່າໃຊ້ຈ່າຍ.

ໃນວັນທີ 19 ເດືອນກຸມພາ,ວິສາຫະກິດເອກະຊົນ 21 ກວ່າແຫ່ງ ແລະຜູ້ທີ່ມີນຳ້ໃຈຂອງເມືອງຢວນມອຍໄດ້ບໍລິຈາກໝາກໄມ້ ແລະ ຜັກທັງໝົດ 218 ໂຕນເຊັ່ນ: ໝາກເຫຼັ່ນ,ໝາກແຕງ,ໝາກເຂືອ ແລະ ເຄື່ອງອື່ນໆ,ມີມູນຄ່າທັງໝົດ 1,11 ລ້ານຢວນ. ອອກເດີນທາງຈາກເມືອງຢວນມອຍສົ່ງໄປເມືອງຊ່ຽນນິງແຂວງຫູເປີ່ຍ.

ໃນວັນທີ 20 ເດືອນກຸມພາ,ລົດບັນທຸກ 17 ຄັນໄດ້ຂົນສົ່ງຜະລິດຕະພັນກະສິກຳອອກຈາກເມືອງທ່ອງຫາຍແຂວງຢຸນນານໄປແຂວງຫູເປີ່ຍ.ຜະລິດຕະພັນກະສິກຳນີ້ປະກອບດ້ວຍ ຜັກກາດຂາວ, ຜັກກາດຫົວ, ໄຂ່ ແລະອື່ນໆໝົດມີ 380 ໂຕນ.

ໃນວັນທີ 20 ເດືອນກຸມພາ,ລົດບັນທຸກ 6 ຄັນໄດ້ຂົນສົ່ງຜັກ ແລະ ໝາກແຫນ່ງ 162 ໂຕນອອກຈາກກິ່ງແຂວງປົກຄອງຕົນເອງຊົນເຜົ່າລີ້ຊູນູຈ່ຽງແຂວງຢຸນນານໄປເມືອງຊ່ຽນນິງແຂວງຫູເປີ່ຍ.ໃນນັ້ນມີ ໝາກເລັ່ນ 100 ໂຕນ, ໝາກແຫນ່ງ 2 ໂຕນ, ມັນຝະລັ່ງ 35 ໂຕນ ແລະ ໝາກອຶ 15 ໂຕນ.

ໃນວັນທີ 20 ເດືອນກຸມພາ,ກິ່ງແຂວງຊູສົງບໍລິຈາກຜະລິດຕະພັນກະສິກຳ 210 ໂຕນ,ໂດຍແຍກສົ່ງໄປເມືອງຊ່ຽນນິງແຂວງຫູເປີ່ຍສອງຄັ້ງ.