ກອງປະ​ຊຸມລັດ​ຖະ​ມົນ​ຕີ​​ຕ່າງ​ປະ​ເທດ​ຈີນ-ອາ​ຊຽນ​ສະ​ໄໝ​ພິ​ເສດ ກ່ຽວ​ກັບ​ພະ​ຍາດ​ອັກ​ເສບ​ປອດ​ສາຍ​ພັນ​ໃໝ່​ໄດ້​ຈັດ​ຂຶ້ນ​ຢູ່​ນະ​ຄອນຫຼວງວຽງ​ຈັນ

2020-02-21 17:13:42 |ມາຈາກ: CRI

ວັນ​ທີ 20 ກຸມ​ພາ​ນີ້, ກອງປະ​ຊຸມ​ວິ​ສາ​ມັນ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ-ອາ​ຊຽນ​ກ່ຽວ​ກັບ​ບັນ​ຫາ​ພະ​ຍາດ​ອັກ​ເສບ​ປອດ​ສາຍ​ພັນ​ໃໝ່​ໄດ້​ຈັດ​ຂຶ້ນ​ຢູ່​ນະ​ຄອນຫຼວງວຽງ​ຈັນ ແຫ່ງ ສ​ປ​ປ ລາວ. ທ່ານ​ຫວາງ​ຢີ້ ທີ່​ປຶກ​ສາ​ແຫ່ງ​ລັດ ທັງ​ເປັນ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ ແລະ ທ່ານລອກ​ຊິນ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຟີ​ລິບ​ປິນ ປະ​ເທດ​ປະ​ສານ​ງານ​ການ​ພົວ​ພັນ​ອາ​ຊຽນ-ຈີນ ​ໄດ້ຮ່ວມ​ກັນ​ເປັນ​ປະ​ທານ​ຈັດ​ກອງ​ປະ​ຊຸມ ໂດຍ​ມີລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຂອງ​ບັນ​ດາ​ປະ​ເທດ​ອາ​ຊຽນ​ເຂົ້າ​ຮ່ວມ.

ກ່ອນ​ອື່ນ, ກອງ​ປະ​ຊຸມ​ໄດ້​ສາຍ​ວິ​ດີ​ໂອ​​ທີ່​ປະ​ທັບ​ໃຈ​ແລະຊາບ​ຊຶ້ງ​ໃຈ​ຕອນ​ໜຶ່ງ ທີ່​ໄດ້​ເວົ້າ​ເຖິງ​ປະ​ຊາ​ຊົນ​ຈີນ​​ໄດ້ຮ່ວມ​ແຮງ​ຮ່ວມ​ໃຈ​ກັນ ເພື່ອ​ຕ້ານ​ກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ ແລະ ຜູ້​ນຳ 10 ປະ​ເທດ​ອາ​ຊຽນ​ໄດ້​ໃຫ້​ການ​ສະ​ໜັບ​ສະ​ໜູນ​ຢ່າງ​ໝັ້ນ​ໜຽວ​ຕໍ່​ຈີນ. ກ່ອນ​ໄຂ​ກອງ​ປະ​ຊຸມ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​​ບັນ​ດາ​ທ່ານໄດ້​ຮ່ວມ​ກັນ​ຂຶ້ນ​ເວ​ທີ, ຈັບ​ມື​ກັນ, ໃຫ້​ກຳ​ລັງ​ໃຈ​ແກ່​ນະ​ຄອນ​ອູ​ຮັ້ນ ​ກໍ​ຄື​ຈີນໃນ​ຮູບ​ແບບ​ອາ​ຊຽນ.

​ໃນ​ເວ​ລາ​ກ່າວ​ຄຳ​ປາ​ໄສ, ທ່ານ​ຫວາງ​ຢີ້​ໄດ້​ແນະ​ນຳ​ມາດ​ຕະ​ການ​ທີ່​ເຂັ້ມ​ແຂງ ແລະ ຜົນ​ສຳ​ເລັດ​ຂອງ​ຈີນ​ໃນ​ການ​ຕ້ານ​ກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ. ທ່ານ​ຫວາງ​ຢີ້​ກ່າວ​ວ່າ, ພາຍ​ໃຕ້​ການ​ຊີ້​ນຳ​ນຳ​ພາ​ຂອງ​ທ່ານ​ປະ​ທານ​ສີ​ຈິ້ນ​ຜິງ, ປະ​ຊາ​ຊົນ​ຈີນ 1,4 ຕື້​ຄົນ​ໄດ້​ສາ​ມັກ​ຄີ​ເປັນ​ຈິດ​ໜຶ່ງ​ໃຈ​ດຽວ​ກັນ ເພື່ອ​ຕໍ່​ສູ້​ກັບ​ເຊື້ອ​ພະ​ຍາດ. ພວກ​ເຮົາ​ໄດ້​ໃຊ້​ມາດ​ຕະ​ການ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ທີ່​ຮອບ​ດ້ານ​ທີ່​ສຸດ, ເຂັ້ມ​ງວດ​ທີ່​ສຸດ ແລະ ເຖິງ​ຖອງ​ທີ່​ສຸດ, ໄດ້​ສ້າງ​ລະ​ບົບ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ທີ່​ໄດ້​ສະ​ກັດ​ກັ້ນ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ຢ່າງ​ບັງ​ເກີດ​ຜົນ, ​ຈີນ​ມີ​ຄວາມ​ໄວ​ໃນ​ການອອກ​ແຮງ​ສຸດ​ຂີດ​ເພື່ອກອບ​ກູ້​ຊ່ວຍ​ເຫຼືອ​ຜູ້​ເປັນ​ພະ​ຍາດ, ​ແລະ​ຍາດ​ໄດ້​ເວ​ລາ​ອັນ​ລ້ຳ​ຄ່າ​ໃຫ້​ໂລກ​ໃນການ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ພະ​ຍາດ​ ເຊິ່ງໄດ້​​ສ່ອງ​ແສງ​ໃຫ້​ເຫັນ​ເຖິງ​ນ້ຳ​ໃຈ​ຮັບ​ຜິດ​ຊອບ​ໃນ​ຖາ​ນະ​ເປັນ​ປະ​ເທດ​ໃຫຍ່​ໃນ​ໂລກ. ພວກ​ເຮົາ​ເຊື່ອ​ໝັ້ນ​ວ່າ, ພາຍ​ໃຕ້​ການ​ນຳ​ພາ​ທີ່​ເຂັ້ມ​ແຂງ​ຂອງ​ພັກ​ກອມ​ມູ​ນິດ​ຈີນ, ພາຍ​ໃຕ້​ການ​ປຸກ​ລະ​ດົມ​ຂົນ​ຂວາຍ​ອັນ​ແຂງ​ແຮງ​ຂອງ​ລັດ​ຖະ​ບານ​ຈີນ, ໂດຍ​ອີງ​ອາ​ໄສ​ທ່າ​ແຮງ​ດ້ານ​ລະ​ບອບ​ສັງ​ຄົມ​ນິ​ຍົມ ແລະ ກຳ​ລັງ​ສັງ​ລວມ​ແຫ່ງ​ຊາດ​ທີ່​ເຂັ້ມ​ແຂງກວ່າ​ແຕ່​ກ່ອນຫຼາຍ, ຈີນ​ມີ​ຄວາມ​ໝັ້ນ​ໃຈ ແລະ ມີ​ຄວາມ​ສາ​ມາດ​ທີ່​ຈະ​ເອົາ​ຊະ​ນະ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ຢ່າງ​ເຖິງ​ຖອງ​ໂດຍ​ໄວ.

ທ່ານ​ຫວາງ​ຢີ້​ກ່າວ​ຕື່ມ​ວ່າ, ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໄດ້​ເປັນ​ສິ່ງ​ທ້າ​ທາຍ​ຕໍ່​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ​ຈີນ, ແຕ່​ເປັນ​ສິ່ງ​ທ້າ​ທາຍ​ຊົ່ວ​ຄາວ ແລະ ມີ​ຄວາມ​ຈຳ​ກັດ. ທ່ວງ​ທ່າ​ເສດ​ຖະ​ກິດ​ຈີນ​ທີ່​ມີ​ຄວາມ​​ໜັກແໜ້ນ, ມີ​ຊີ​ວິດ​ຊີ​ວາ ແລະ ມີ​ທ່ວງ​ທ່າ​​ກ້າວໄປ​ໃນ​ທິດ​ທາງ​ທີ່​ດີ​ນັ້ນ ຈະ​ບໍ່​ມີ​ການ​ປ່ຽນ​ແປງ. ຈີນ​ໄດ້​​ຜ່ານ​ຜ່າ​ຄວາມ​ທຸກ​ຍາກ​ລຳ​ບາກ​ຕ່າງໆ​ນາ​ນາ, ໄດ້​ປ່ຽນ​ແປງ​ສິ່ງ​ທ້າ​ທາຍ​ໃຫ້​ເປັນ​ກາ​ລະ​ໂອ​ກາດ​ ແລະ ປ່ຽນ​ທິດ​ທາງ​ດ້ານ​ລົບ​ເປັນ​​ບວກ ເລື້ອຍໆ. ພວກ​ເຮົາ​ບໍ່​ພຽງ​ແຕ່​ຈະ​ປະ​ສົ​ບ​ຜົນ​ສຳ​ເລັດ​ໃນ​ການ​ຕ້ານ​ກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໃນ​ຂັ້ນ​ສຸດ​ທ້າຍ​ເທົ່າ​ນັ້ນ, ຫາກ​ຍັງ​ໄດ້​ພະ​ຍາ​ຍາມ​ບັນ​ລຸ​ເປົ້າ​ໝາຍ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ​ທີ່​ກຳ​ນົດ​ໄວ້​ເຊັ່ນ​ກັນ.

ທ່ານ​ຫວາງ​ຢີ້​ກ່າວ​ວ່າ: ຈີນ​ແລະ​ປະ​ເທດ​ອາຊຽນ​ຄວນ​ປ້ອງ​ກັນ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ອັກ​ເສບ​ປອດ​ສາຍ​ພັນ​ໃໝ່​ຢ່າງ​ມີ​ປະ​ສິດ​ທິ​ຜົນ​ໂດຍ​ຜ່ານ​ການ​ຮ່ວມ​ມື​ທີ່​ແໜ້ນ​ແຟ້ນ​ແລະ​ຕັ້ງ​ໜ້າກວ່າ​ເກົ່າ, ພ້ອມ​ກັນ​ນັ້ນ​ກໍ​ຖື​ການ​ຕ້ານ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ຮ່ວມ​ກັນ​ເທື່ອ​ນີ້​ເປັນ​ໂອ​ກາດ, ຍົກ​ສູງ​ການປັບ​ປຸງ​ລະ​ດັບ​ດ້ານ​ສາ​ທາ​ລະ​ນະ​ສຸກ​ຂອງ​ພາກ​ພື້ນ, ເພື່ອ​​ປະ​ກອບ​ສ່ວນຄັ້ງ​ໃໝ່​ເຂົ້າ​ໃນ​ພາ​ລະ​ກິດ​ສາ​ທາ​ລະ​ນະ​ສຸກ​ຂອງ​ພາກ​ພື້ນ​ກໍ​ຄື​ຂອງ​ໂລກ. ທ່ານ​ຫວາງ​ຢີ້​ໄດ້​ສະ​ເໜີ​ຂໍ້​ລິ​ເລີ່ມ​ການ​ຮ່ວ​ມ​ມື 4 ຂໍ້​ຄື: ໜຶ່ງ, ຊຸກ​ຍູ້​ການ​ຮ່ວມ​ມື​ແລະ​ປະ​ສານ​ງານ​ຢ່າງ​ມີ​ປະ​ສິດ​ທິ​ຜົນ​ລະ​ຫວ່າງ​ພາກ​ສ່ວນ​ຕ່າງໆ​ເຊັ່ນ: ພາກ​ສ່ວນ​ອະ​ນາ​ໄມ, ການກວດ​ກາ​ພະ​ຍາດ, ຄົມ​ມະ​ນາ​ຄົມ, ການ​ເຂົ້າ​ອອກ​ເມືອງ​ແລະ​ອື່ນໆ. ສອງ, ສ້າງ​ກົນ​ໄກ​ຕິດ​ຕໍ່​ສຸກ​ເສີນ​ດ້ານ​ສາ​ທາ​ລະ​ນະ​ສຸກ​ຈີນ-ອາ​ຊຽນ, ເພື່ອ​ຍົກ​ສູງ​ຄວາມ​ໄວໃນ​ການ​ຮັບ​ມື​ສຸກ​ເສີນ​ກ່ຽວ​ກັບ​ເຫດ​ການ​ສາ​ທາ​ລະ​ນະ​ສຸກ. ສ້າງ​ສູນ​ສະ​ສົມ​ອຸ​ປະ​ກອນປ້ອງ​ກັນ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ຈີນ-ອາ​ຊຽນ. ສາມ, ຮັບ​ມື​ກັບ​ເຫດ​ການ​ສາ​ທາ​ລະ​ນະ​ສຸກ​ຢ່າງ​ສຸ​ຂຸມ​ຮອບ​ຄອບ, ເອົາ​ຊະ​ນະ​ຄວາມ​ຢ້ານ​ກົວ. ຟື້ນ​ຟູການ​ໄປ​ມາ​ສູ່​ກັນແລກ​ປ່ຽນ​ການ​ພົວ​ພັນ​ດ້ານເສດ​ຖະ​ກິດ​ການ​ຄ້າ​ແລະ​ການ​ຮ່ວມ​ມື​ໃຫ້​ເປັນ​ປົກ​ກະ​ຕິ​ໂດຍ​ໄວ. ສີ່, ປ່ຽນ​ວິ​ກິດ​ການໃຫ້​ເປັນ​ໂອ​ກາດ, ສ້າງ​ຈຸດ​ເຕີບ​ໂຕ​ໃໝ່​ດ້ານ​ການ​ຮ່ວມ​ມື. ຍົກ​ສູ​ງ​ລະ​ດັບ​​ການຄຸ້ມ​ຄອງ​ຕົວ​ເມືອງ, ຍົກ​ສູງ​ຄວາມ​ສາ​ມາດ​ດ້ານ​ການ​​ຮັບ​ມື, ການ​ຕັດ​ສິນ​ແລະ​​ແກ້​ໄຂເຫດ​ກາ​ສາ​ທາ​ລະ​ນະ​ສຸກ​ເສີນ.

ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ອາ​ຊຽນ​​ທຸກ​ທ່ານ​ລ້ວນ​ແຕ່​ຍ້ອ​ງ​ຍໍ​ຊົມ​ເຊີຍ​ຈີນ​​ທີ່​ໄດ້ປະ​ຕິ​ບັດ​ມາດ​ຕະ​ການ​ຢ່າງ​ເຂັ້ມ​ແຂງ​ເພື່ອ​ຕ້ານ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ອັກ​ເສບ​ປອດ​ສາຍ​ພັນ​ໃໝ່​ແລະ​ມີ​ທ່າ​ທີ​ເປີດ​ເຜີຍ ໂປ່ງ​ໃສ​ແລະ​ມີ​ຄວາມ​ຮັບ​ຜິດ​ຊອບ​ລະ​ດັບ​ສູງ, ຕີ​ລາ​ຄາ​ສູງ​ຕໍ່​​ການປະ​ກອບ​ສ່ວນ​ສຳ​ຄັນ​ຂອງ​ຈີນ​ໃນ​ການ​ຮັກ​ສາ​ຄວາມ​ປອດ​ໄພ​ດ້ານ​ສາ​ທາ​ລະ​ນະ​ສຸກ​ຂອງ​ພາກ​ພື້ນ​ກໍ​ຄື​ຂອງ​ໂລກ, ເຊື່ອ​ວ່າ​ຈີນ​ຈະ​ເອົາ​ຊະ​ນະ​ໃນ​ການ​ຕ້ານ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂດຍ​ໄວ​​ໄດ້ຢ່າງ​ແນ່ນອນ. ອາ​ຊຽນ​ແລະ​ຈີນ​ຄວນ​ເພີ່ມ​ຄວາມ​ສາ​ມັກ​ຄີ​ແລະ​ການ​ຮ່ວມ​ມື, ຕໍ່​ຕ້ານ​ຂ່າວ​ລື​ແລະ​ປ້ອງ​ກັນ​ບໍ່​ໃຫ້​ເກີດ​ຄວາມ​ວຸ້ນ​ວາຍ, ອອກ​ແຮງ​ຢ່າງ​ສຸດ​ຂີດ​ເພື່ອ​ຫຼີກ​ເວັ້ນ​ບໍ່​ໃຫ້​ການ​ຮ່ວມ​ມື​ແລະ​ການ​ພົວ​ພັນ​ປົກ​ກະ​ຕິ​ໄດ້​ຮັບ​ຜົນ​ສະ​ທ້ອນ, ເຮັດ​ໃ​ຫ້​ການ​ຕ້ານ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ອັກ​ເສບ​ປອດ​ສາຍ​ພັນ​ໃໝ່​ກາຍ​ເປັນ​ເລື່ອງ​ທີ່​​ປະ​ສົບ​ຜົນ​ສຳ​ເລັດ​ອີກ​​ດ້ານ​ໜຶ່ງ​ຂອງ​ການ​ຮ່ວມ​ມື​ລະ​ຫວ່າງ​ອາ​ຊຽນ​ກັບ​ຈີນ. ປະ​ເທດ​ອາ​ຊຽນ​ຍິນ​ດີ​ເພີ່ມ​ທະ​ວີ​ການ​ແລ​ກ​ປ່ຽນ​ແລະ​​ຖອດ​ຖອນ​ບົດ​ຮຽນ​ນຳ​ຈີນ, ຮ່ວມ​ກັນ​ຍົກ​ສູ​ງ​ຄວາມ​ສາ​ມາດ​ປ້ອງ​ກັນ​​ແລະ​ຄວບ​ຄຸມຄວາມ​ປອດ​ໄພ​ດ້ານ​ສາ​ທາ​ລະ​ນະ​ສຸກ​ຂອງ​ພາກ​ພື້ນ.

ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ກາ​ນ​ຕ່າງ​ປະ​ເທດ​ຍັງ​ໄດ້​ອອກ “ຖະ​ແຫຼງ​ການ​ຮ່ວມ​ຂອງ​ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີຕ່າງ​ປະ​ເທດ​ຈີນ-ອາ​ຊຽນສະ​ໄໝ​ພິ​ເສດ​ກ່ຽວ​ກັບ​ບັນ​ຫາ​ພະ​ຍາດ​ອັກ​ເສບ​ປອດ​ຈາກໄວຣັສໂຄໂຣນາສາຍ​ພັນ​ໃໝ່” ອີກ​ດ້ວຍ.