ກະ​ຊວງ​ການ​ຄ້າ​ຂອງ​ຈີນ: ຈະໃຫ້​ບູ​ລິ​ມະ​ສິດ​ຮັບ​ປະ​ກັນ​ວິ​ສາ​ຫະ​ກິດ​ໃຫຍ່​ຂອງ​ທຶນ​ຕ່າງ​ປະ​ເທດ​ຟື້ນ​ຟູ​ການ​ຜະ​ລິດ​ແລະ​ເຮັດ​ວຽກ​ຄືນ​ໃໝ່

2020-02-24 17:04:14 |ມາຈາກ: CRI

ວັນ​ທີ 24 ກຸມ​ພານີ້, ກະ​ຊວງ​ການ​ຄ້າ​ຈີນ​ຖະ​ແຫຼງວ່າ, ຈະ​ໃຫ້​ບູ​ລິ​ມະ​ສິດ​ຮັບ​ປະ​ກັນ​ວິ​ສາ​ຫະ​ກິດ​ທຶນ​ຕ່າງ​ປະ​ເທດ ​​ແລະ​ວິ​ສາ​ຫະ​ກິດ​ທີ່​ເປັນ​ການ​ສົ​ມ​ທົບ​ການ​ຜະ​ລິດ ທີ່​ມີ​​ບົດ​ບາດ​ສຳ​ຄັນ​ໃນ​ຕ່ອງ​ໂສ້​ການ​ສະ​ໜອງ​ທົ່ວ​ໂລກ ​ຟື້ນ​ຟູ​ການຜະ​ລິດ​ແລະ​ເຮັດ​ວຽກ​ຄືນ​ໃໝ່, ​ແລະ​ຈະ​ປະ​ສານ​ງານ​ຊຸກ​ຍູ້​ໃຫ້​ວິ​ສາ​ຫະ​ກິດ​ທຶນ​ຕ່າງ​ປະ​ເທດ​ແລະ​ວິ​ສາ​ຫະ​ກິດ​​ຕ່າງໆ​ທີ່​ສົມ​ທົບ​ການ​ຜະ​ລິດ​ໃນ​ຂົງ​ເຂດ​​ເອ​ເລັກ​ໂຕຼນິກ​ແລະ​ລົດ​ຍົນ​ເປັນ​ຕົ້ນ​ຟື້ນ​ຟູ​ການ​ເຮັດ​ວຽກ​ພ້ອມ​ກັນ.

ຕາມ​ການ​ສະ​ຖິ​ຕິ​ຝ່າຍ​ທາງ​ການ​ສະ​ແດງ​ໃຫ້​ເຫັນ​ວ່າ, ໃນ​ເດືອນ​ມັງ​ກອນ​ປີນີ້, ທົ່ວ​ປະ​ເທດ​ຈີນ​ໄດ້​ມີ​ວິ​ສາ​ຫະ​ກິດ​ທຶນ​ຕ່າງ​ປະ​ເທດ​ທີ່​ສ້າງ​ຕັ້ງ​ໃໝ່ 3485 ແຫ່ງ, ການ​ນຳ​ໃຊ້​ທຶນ​ຕ່າງ​ປະ​ເທດ​ຕົວ​ຈິງ 87,57 ຕື້ຢວນ, ເພີ່ມ​ຂຶ້ນຫຼາຍກວ່າ​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ກາຍ 4%. ເພື່ອ​ສ້າງ​ຄວາມ​ໝັ້ນ​ທ່ຽງ​ແກ່​ການ​ຄາດ​ຄະ​ເນ​ຂອງ​ນັກ​ລົງ​ທຶນ, ຫວ່າງມໍ່ໆ​ນີ້, ຈີນ​ໄດ້​ວາງ​ມາດ​ຕະ​ການ​ຕ່າງໆ​ເພື່ອ​ຊ່ວຍ​ວິ​ສາ​ຫະ​ກິດ​ທຶນ​ຕ່າງ​ປະ​ເທດ​ຟື້ນ​ຟູ​ການ​ຜະ​ລິດ​ແລະ​ການ​ທຸ​ລະ​ກິດ​ເປັນ​ປົກ​ກະ​ຕິ, ເຊິ່ງ​ລວມ​ທັງ​ຊ່ວຍ​ວິ​ສາ​ຫະ​ກິດ​ຈັດ​ຊື້​ວັດ​ຖຸ​ອຸ​ປະ​ກອນ​ປ້ອງ​ກັນ​ພະ​ຍາດ​ທີ່​ຈຳ​ເປັນ, ຊຸກ​ຍູ້​ການກໍ່​ສ້າງ​ໂຄງ​ການ​ໃຫຍ່​ຂອງ​ທຶນ​ຕ່າງ​ປະ​ເທດ​ທີ່​ກຳ​ລັງ​ສ້າງ, ແລະ​ຮັບ​ປະ​ກັນ​ໃຫ້​ວິ​ສາ​ຫະ​ກິດ​ໄດ້​ລົງ​ທຶນ​ຕາມ​ແຜນ.