ທ່ານ​ສີ​ຈິ້ນ​ຜິງ​ກ່າວ​ເນັ້ນ​ວ່າ: ບໍ່​ໃຫ້​ຜ່ອນ​ຍານ​ມາດ​ຕະ​ການ​ປ້ອງ​ກັນ​ແລະ​ຄວບ​ຄຸມ​​ສະ​ພາບພະ​ຍາດ​ຢ່າງ​ເດັດຂາດ, ​ວາງ​ແຜນ​ເປັນເອ​ກະ​ພາບ​​ເພື່ອ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ​ໃຫ້​ດີ

2020-02-24 17:05:20 |ມາຈາກ: CRI

ວັນ​ທີ 23 ກຸມ​ພານີ້, ກອງ​ປະ​ຊຸມ​ວາງ​ແຜນ​ເອ​ກະ​ພາບ​ເພື່ອ​ຊຸກ​ຍູ້​ການ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ສະ​ພາບ​ພະ​ຍາດ​ອັກ​ເສບ​ປອດ​ຈາກ​ເຊື້ອ​ຈຸ​ລະ​ໂລກ​ສາຍ​ພັນ​ໃໝ່​ແລະ​​ຈັດ​ວາງວຽກ​ງານ​ພັດ​ທະ​ນາເສດ​ຖະ​ກິດ​ສັງ​ຄົມ​ໄດ້​ໄຂ​ຂຶ້ນ​ຢູ່​ທີ່​ປັກ​ກິ່ງ. ທ່ານ​ສີ​ຈິ້ນ​ຜິງ ເລ​ຂາ​ທິ​ການ​ໃຫຍ່​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ ປະ​ທານ​ປະ​ເທດ ປະ​ທານ​ຄະ​ນະ​ກຳ​ມະ​ການ​ການ​ທະ​ຫານ​ສູນ​ກາງ​ຈີນ​ໄດ້​ເຂົ້າ​ຮ່ວມກອງ​ປະ​ຊຸມ​ແລະ​ກ່າວ​ຄຳ​ປາ​ໄສ​ອັນ​ສຳ​ຄັນ. ​ໂດຍເນັ້ນ​ວ່າ, ຊົນ​ຊາດ​ຈີນ​ໄດ້​ຜ່ານ​ຜ່າ​ຄວາມ​ທຸກ​ຍາກ​ລຳ​ບາກຫຼາຍຫຼົບຫຼາຍ​ຕ່າວ, ແຕ່ບໍ່​ເຄີຍ​ຖືກ​​ທຳ​ລາຍແຕກ​ແຍກ​ຈັກ​ເທື່ອ, ຫາກ​ໄດ້​ເຕີບ​ໃຫຍ່​ຂະ​ຫຍາຍ​ຕົວ​ແລະ​ບຸກ​ບຶນ​ກ້າວ​ໄປ​ໜ້າ​ທ່າມ​ກາງ​ຄວາມ​ຫຍຸ້ງ​ຍາກ​ລຳ​ບາກ​ກາກ​ກຳ. ​ປັດ​ຈຸ​ບັນ, ວຽກ​ງານ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ສະ​ພາບ​ພະ​ຍາດພວມ​ຢູ່​ໃນ​ໄລ​ຍະ​ຂໍ​ກະ​ແຈ​ທີ່​ສຸດ, ອົງ​ການ​ປົກ​ຄອງ​ທຸກ​ຂັ້ນ​ຕ້ອງ​ເລັ່ງ​ລັດ​ກຳ​ແໜ້ນ​ວຽກ​ງານ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ຢ່າງ​ລະ​ອຽດ​ເດັດ​ຂາດ, ຟື້ນ​ຟູ​​ການ​ຜະ​ລິດ​ແລະ​ການ​ດຳ​ລົງ​ຊີ​ວິດ​ຢ່າງ​ເປັນ​ລະ​​ບຽບ​ຮຽບ​ຮ້ອຍ, ເພີ່​ມ​ທະ​ວີ​ການ​ປັບ​ປຸງ​ນະ​ໂຍ​ບາຍ, ພະ​ຍາ​ຍາມ​ບັນ​ລຸ​ເປົ້າ​ໝາຍ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ​ຈີນ​​ໃນປີນີ້​ໃຫ້​ດີ.

ທ່ານ​ສີ​ຈິ້ນ​ຜິງ​ກ່າວ​ເນັ້ນ​ວ່າ, ສະ​ພາບ​ພະ​ຍາດ​ອັກ​ເສບ​ປອດ​ຈາກ​ເຊື້ອ​ຈຸ​ລະ​ໂລກ​ສາຍ​ພັນ​ໃໝ່​ຄັ້ງ​ນີ້ ແມ່ນ​ເຫດ​ການ​​ສຸກ​ເສີນ​ດ້ານສາ​ທາ​ລະ​ນະ​ສຸກ​ທີ່​ໜັກ​ໜ່ວງ​ທີ່​ເກີດ​ຂຶ້ນ​ຫຼັງ​ການ​ສະ​ຖາ​ປະ​ນາ​ ສ​ປ ​ຈີນ ​ເປັ​ນ​ຕົ້ນ​ມາ ເຊິ່ງ​ມີຈຸດ​ພິ​ເສດ​ທີ່​ແຜ່​ລະ​ບາດ​​ອອກຢ່າງວ່ອງ​ໄວ​ທີ່​ສຸດ, ຂອບ​ເຂດ​ການ​ຕິດ​ເຊື້ອກວ້າງ​ຂວາງ​ທີ່​ສຸດ ແລະ ​ ​ການ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ມີຄວາມຫຍຸ້ງ​ຍາກຫຼາຍ​ທີ່​ສຸດ​. ໂດຍ​ຜ່ານ​ການ​ທຳ​ຄວາມ​ພະ​ຍາ​ຍາມ​ຢ່າງ​ລຳ​ບາກ, ສະ​ຖາ​ນະ​ການ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ພະ​ຍາດ​ໃນ​ປັດ​ຈຸ​ບັນ​ໄດ້​ມີ​ທ່ວງ​ທ່າ​ຂະ​ຫຍາຍ​ຕົວ​ໄປ​ທາງ​ທີ່​ດີ​ຢ່າງ​ຕັ້ງ​ໜ້າ, ໄດ້​ສະ​ແດງ​ໃຫ້​ເຫັນ​ອີກ​ເທື່ອ​ໜຶ່ງເຖິງທ່າ​ແຮງ​ພົ້ນ​ເດັ່ນ​ຂອງ​ການ​ນຳ​ພາ​ໂດຍ​ພັກ​ກອມ​ມູ​ນິດ​ຈີນ​ແລະ​ລະ​ບອບ​ສັງ​ຄົມ​ນິ​ຍົມ​ທີ່​ມີ​ສີ​ສັນ​ພິ​ເສດ​ຂອງ​ຈີນ​.

ທ່ານ​ສີ​ຈິ້ນ​ຜິງ​ກ່າວ​ເນັ້ນ​ວ່າ, ສະ​ພາບ​ພື້ນ​ຖານ​ຂອງ​ເສດ​ຖະ​ກິດ​ຈີນ​ທີ່​ພັດ​ທະ​ນາ​ເປັນ​ຢ່າງ​ດີ​ໃນ​ໄລ​ຍະ​ຍາວ ບໍ່​​ມີ​ການ​ປ່ຽນ​ແປງ, ການ​ກະ​ທົບ​ຈາກ​ສະ​ພາບ​ພະ​ຍາດ​ແມ່ນ​ເປັນໄລ​ຍະ​ສັ້ນ, ​​ສາ​ມາດ​ຄວບ​ຄຸມ​ໄດ້ໃນ​ດ້ານກວມ​ລວມ.