ລົດບັນທຸກຂອງຢຸນນານ 54 ຄັນຂົນສົ່ງເຄື່ອງໄປເມືອງຊ່ຽນນິງ

2020-02-25 16:47:47 |ມາຈາກ: Yunnan Gateway

ຕອນບ່າຍສາມໂມງ ວັນທີ 21 ກຸມພາ ທິມລົດສົ່ງເຄື່ອງຂອງຢຸນນານທີ່ຊ່ວຍເຫຼືອແລະສະໜັບສະໜູນເມືອງຊ່ຽນນິງໄດ້ເດີນທາງອອກຈາກຄຸນໝິງ, ໃນສິບ ໂມງຕອນເຊົ້າ ຂອງ ວັນທີ 23 ກຸມພາ, ລົດບັນທຸກ 54 ຄັນກໍໄດ້ຂົນສົ່ງເຄື່ອງໄປຮອດເມືອງຊ່ຽນນິງຢ່າງປອດໄພ.

ເຄື່ອງທີ່ສົ່ງໄປຊຸດນີ້ມີມູນຄ່າທັງໝົດເກືອບ 28,42 ລ້ານຢວນ, ມີເຂົ້າ, ນ້ຳມັນທີ່ໃຊ້ປຸງແຕ່ງອາຫານ, ເສື້ອນວມ, ນ້ຳຢາຂ້າເຊື້ອ, ເຄື່ອງນຸ່ງປ້ອງກັນ, ຜ້າອັດປາກ, ຝູ່ນເຄມີ, ຢາຂ້າແມງໄມ້ ແລະ ອື່ນໆ. ເຄື່ອງ 54 ຄັນໃນຄັ້ງນີ້ຈະແຈກຢາຍໃຫ້ປະຊາຊົນເມືອງຊ່ຽນນິງ, ໃຫ້ທຸກຄົນໄດ້ຮູ້ສຶກເຖິງຄວາມສຸດຈິດສຸດໃຈຂອງປະຊາຊົນແຂວງຢຸນນານ, ໃຫ້ຊາວເມືອງເມືອງຊ່ຽນນິງມີຄວາມຕັ້ງໃຈ ແລະ ຄວາມໝັ້ນໃຈໃນການຕໍ່ຕ້ານການລະບາດ.