ວິສາຫະກິດ 82% ຟື້ນຟູການຜະລິດໃນເຂດຄຸນໝິງເຂດທົດລອງການຄ້າເສລີຈີນ (ຢຸນນານ)

2020-02-25 16:50:56 |ມາຈາກ: Yunnan Gateway

ຮອດວັນທີ 20 ກຸມພາ, ວິສາຫະກິດທີ່ມີຍອດຂາຍຜະລິດຕະພັນສູງກວ່າ 20 ລ້ານຢວນຕໍ່ປີ (enterprise above designated size) ມີຈຳນວນ 439 ແຫ່ງໃນເຂດຄຸນໝິງເຂດທົດລອງການຄ້າເສລີຈີນ (ຢຸນນານ),ເຂດພັດທະນາເສດຖະກິດແລະເຕັກໂນໂລຢີຄຸນໝິງ. ປັດຈຸບັນນີ້, ມີ ວິສາຫະກິດ 359 ແຫ່ງຟື້ນຟູການຜະລິດແລ້ວ, ອັດຕາການຟື້ນຟູການຜະລິດແມ່ນ 82%.