ທິມງານປ້ອງກັນການລະບາດພະ​ຍາດ​ອັກ​ເສບ​ປອດຊຸດທີສີ່ຂອງແຂວງຢຸນນານທີ່ຈະໄປຊ່ວຍເຫຼືອແຂວງຫູເປີ່ຍອອກເດີນທາງແລ້ວ

2020-02-25 16:52:56 |ມາຈາກ: Yunnan Gateway

ເວລາ 13 ໂມງເຄິ່ງ ວັນທີ 24 ກຸມພາ, ທິມງານປ້ອງກັນການລະບາດພະ​ຍາດອັກ​ເສບ​ປອດຊຸດທີສີ່ຂອງແຂວງຢຸນນານທີ່ຈະໄປຊ່ວຍເຫຼືອແຂວງຫູເປີ່ຍອອກເດີນທາງແລ້ວ,ທິມງານນີ້ຈັດຕັ້ງໂດຍສູນຄວບຄຸມແລະປ້ອງກັນພະຍາດແຂວງຢຸນນານ, ເດີນທາງໄປຮອດເຂດຫວງຟໍເມືອງອູຮັ້ນເພື່ອສະໜັບສະໜູນແລະຊ່ວຍເຫຼືອວຽກງານປ້ອງກັນການລະບາດຂອງທ້ອງຖິ່ນ.

ທີມງານປ້ອງກັນການລະບາດນີ້ປະກອບດ້ວຍພະນັກງານວິຊາການແລະເຕັກນິກ 12 ຄົນ, ໃນນັ້ນຊ່ຽວຊານ 3 ຄົນໄດ້ເຄີຍໄປປະເທດເນປານ ແລະ ປະເທດເຊຍຣາເລອອນ ເພື່ອປະຕິບັດພາລະກິດກູ້ໄພສາກົນ. ທ່ານ ວັງຈິ່ນ ຫົວໜ້າທິມງານປ້ອງກັນການລະບາດ ແລະ ຜູ້ອຳນວຍການສູນກວດກາສູນຄວບຄຸມແລະປ້ອງກັນພະຍາດແຂວງຢຸນນານກ່າວວ່າ:“ກ່ອນອອກເດີນທາງ, ທີມງານຂອງພວກເຮົາກຽມພ້ອມຢ່າງເຕັມທີ່,ແລະທີມນີ້ເປັນທີມທີ່ເຕັມປ່ຽມດ້ວຍທັກສະວິຊາຊີບແລະຄວາມຕັ້ງໃຈ.”