ແຂວງຢຸນນານຖະແຫລງ 10 ໂຄງການວິສະວະກຳທີ່ສຳຄັນ

2020-02-25 16:54:20 |ມາຈາກ: Yunnan Gateway

ເມື່ອບໍ່ດົນມານີ້, ຄະນະກຳມະການພັດທະນາແລະປະຕິຮູບແຂວງຢຸນນານແນະນຳຕໍ່ປະຊາຊົນແລະສື່ມວນຊົນກ່ຽວກັບການຈັດຕັ້ງປະຕິບັດ 10 ໂຄງການພື້ນຖານໂຄງລ່າງທີ່ໃຫຍ່ທີ່ສຸດໃນແຂວງຢຸນນານ.

ໂຄງການດັ່ງກ່າວລວມມີ ທາງລົດໄຟຄວາມໄວສູງແຕ່ນະຄອນຊົງຊິງຫາຄຸນໝິງ, ທາງລົດໄຟເມືອງຢີຊີຫາດ່ານບໍ່ຫານ, ການປັບປຸງ ແລະ ຂະຫຍາຍສະໜາມບິນຄຸນໝິງໃຫ້ກ້ວາງຂວາງ, ການປົກປັກຮັກສາໜອງ 9 ແຫ່ງໃນຢຸນນານ,ສູນການແພດໃນພາກພື້ນ, ສູນກາງການຈໍລະຈອນແຈກຢາຍສິນຄ້າແຫ່ງຊາດຄຸນໜິງ, ທາງລົດໄຟເມືອງຕ້າຫຼີຫາຣຸ້ຍລີ້ແລະອື່ນໆ.ໃນປະຈຸບັນ, ໂຄງການຕ່າງໆດຳເນີນໄປເປັນຢ່າງດີ. ໃນນັ້ນ, ລົດໄຟເມືອງຢີຊີຫາດ່ານບໍ່ຫານໄດ້ເລີ່ມກໍ່ສ້າງໃນເດືອນສິງຫາ 2015 , ອອກແບບຄວາມໄວຢູ່ທີ່ 160 ກິໂລແມັດ/ຊົ່ວໂມງ,ແລະມີຄວາມຍາວທັງໝົດ 507 ກິໂລແມັດ.ການລົງທືນທັງໝົດຂອງໂຄງການແມ່ນ 51,6 ຕື້ຢວນ, ແລະຄາດວ່າຈະສຳເລັດໃນປີ 2021.