ປະ​ເທດຈີນ​ຫ້າມ​ຄ້າ​ຂາຍ​ສັດ​ປ່າ​ທີ່​ຜິດ​ກົດ​ໝາຍ​ຢ່າງ​ຮອບ​ດ້ານ

2020-02-25 18:05:45 |ມາຈາກ: CRI

ຕອນ​ບ່າຍ​ວັນ​ທີ 24 ກຸມ​ພານີ້, ຄະ​ນະ​ປະ​ຈຳ​ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ ທີ່​ເປັນ​ອົງ​ການ​ນິ​ຕິ​ບັນ​ຍັດ​ຂອງ​ຈີນ​ໄດ້​ຜ່າ​ນ​ມະ​ຕິ​​ຕົກ​ລົງສະ​ບັບ​ໜຶ່ງ ໂດຍເກືອດ​ຫ້າມ​ການ​ກະ​ທຳ​ຄ້າ​ຂາຍ​ສັດ​ປ່າ​ທີ່​ຜິດ​ກົດ​ໝາຍ​ຢ່າງ​ຮອບ​ດ້ານ​ດ້ວຍ​ຮູບ​ການ​ນິ​ຕິ​ບັນ​ຍັດ​ຂອງ​ຊາດ, ເພື່ອ​ລົບ​ລ້າງ​ຄວາມ​ຊີງ​ເຄີຍ​ບໍ່​ດີ​ທີ່​ກິນ​ສັດ​ປ່າ​ທົ່ວ​ທີບ, ແລະ​ຈະ​ລົງ​ໂທດ​ໜັກ​ຕໍ່​ການ​ກະ​ທຳ​ທີ່​ລະ​ເມີດ​ກົດ​ໝາຍ​ກ່ຽວ​ຂ້ອງ.

ມະ​ຕິ​ຕົກ​ລົງ​ກຳ​ນົດ​ຢ່າງ​ຈະ​ແຈ້ງວ່າ, ​ສັດ​ປ່າ​ທີ່​ຖືກ​ເກືອດ​ຫ້າມ​ລ່າ​ເນື້ອ, ຄ້າ​ຂາຍ, ຂົນ​ສົ່ງ ແລະ​ກິນ​ໃນ​ກົດ​ໝາຍ​ວ່າ​ດ້ວຍ​ການ​ອະ​ນຸ​ລັກ​ສັດ​ປ່າ​ແລະ​ກົດ​ໝາຍ​ອື່ນ​ທີ່​ກ່ຽ​ວ​ຂ້ອງ​ນັ້ນ, ຕ້ອງ​ເກືອດ​ຫ້າມ​ຢ່າງ​ເຂັ້ມ​ງວດ.

ມະ​ຕິ​ຕົກ​ລົງ​ດັ່ງ​ກ່າວ​ຈະ​ມີ​ຜົນ​ດີ​ຕໍ່​ການ​ຮັກ​ສາ​ຄວາມ​ປອດ​ໄພ​ດ້ານ​ຊີ​ວະ​​ຊາດ​ແລະ​ດ້ານ​ນິ​ເວດ, ​ສາ​ມາດປ້ອງ​ກັນ​​ບໍ່​ໃຫ້ເກີດຄວາມ​ສ່ຽງ​​ດ້ານ​ສາ​ທາ​ລະ​ນະ​ສຸກ​ອັນ​ຮ້າຍ​ແຮງ​ ແລະ​ຮັກ​ສາ​ຄວາມ​ປອດ​ໄພ​ດ້ານ​ຊີ​ວິດ​ແລະ​​ສຸ​ຂະ​ພາບຂອງ​ປະ​ຊາ​ຊົນ​ຢ່າງ​ແທ້​ຈິງ.