ປະລິມານການຜະລິດເຄື່ອງໃຊ້ທີ່ຈຳເປັນໃນຊີວິດປະຈຳວັນຂອງຢຸນນານມີຄວາມໝັ້ນຄົງ ຮັບປະກັນການສະໜອງຜັກໃຫ້ຕະຫຼາດບໍລິໂພກທີ່ສຳຄັນພາຍໃນປະເທດ

2020-02-26 18:16:11 |ມາຈາກ: Yunnan Gateway

ປັດຈຸບັນນີ້,ແຂວງຢຸນນານໄດ້ໃຊ້ຫຼາຍມາດຕະການເພື່ອສົ່ງເສີມປະລິມານການຜະລິດແລະຮັບປະກັນການສະໜອງເຄື່ອງໃຊ້ທີ່ຈຳເປັນໃນຊີວິດປະຈຳວັນຢ່າງໝັ້ນຄົງ. ດຽວນີ້ຢຸນນານໄດ້ມີການສະໜອງຜັກໃຫ້ຕະຫຼາດບໍລິໂພກທີ່ສຳຄັນພາຍໃນປະເທດເຊັ່ນ ເມືອງອຸຮັ້ນ, ເມືອງເຊີນເຈີ້ນ, ປັກກິ່ງ, ຊຽງໄຮແລະອື່ນໆ, ໄດ້ຟື້ນຟູລະດັບການສະໜອງສະເລ່ຍປະຈຳວັນເທົ່າກັບໄລຍະດຽວກັນຂອງປີຜ່ານມາ.
ທ່ານ ຫູປໍ ຮອງຫົວໜ້າພະແນກກະສິກຳແລະຊົນນະບົດແຂວງຢຸນນານແນະນຳວ່າ,ແຂວງຢຸນນານດຳເນີນການຈັດສັນຕໍ່ເມືອງທີ່ປູກຜັກ, ລ້ຽງໝູ, ລ້ຽງສັດປີກ 37 ເມືອງ, ຕະຫຼາດຂາຍສົ່ງຜັກຂະໜາດໃຫຍ່ 4 ແຫ່ງ,ວິສາຫະກິດ 51 ແຫ່ງ, ເຂົ້າໃຈຕໍ່ກໍລະນີຂອງການຜະລິດແລະຈຳໜ່າຍເຄື່ອງໃຊ້ທີ່ຈຳເປັນໃນຊີວິດປະຈຳວັນ.ພ້ອມດຽວກັນນັ້ນ, ກໍເກັບກຳສະພາບຄວາມສາມາດການຜະລິດເຄື່ອງກະສິກຳຂອງແຂວງຢຸນນານໃນສະຖານະການສຸກເສີນຢ່າງທັນເວລາ.ປະຈຸບັນ, ລະບຽບການຜະລິດ ແລະ ຈຳໜ່າຍຜະລິດຕະພັນກະສິກຳຂອງແຂວງຢຸນນານໄດ້ຮັບການຟື້ນຟູເທື່ອລະກ້າວ.