ອັດຕາການປິ່ນປົວຫາຍຂາດຈາກພະຍາດອັກເສບປອດຈາກເຊື້ອຈຸລະໂລກສາຍພັນໃໝ່ ແລະ ອອກໂຮງໝໍຂອງຢຸນນານເພີ່ມຂຶ້ນຮອດ 74%

2020-02-26 18:17:18 |ມາຈາກ: Yunnan Gateway

ຮອດເວລາ 12 ໂມງຫາ 24 ໂມງຂອງວັນທີ 25 ກຸມພານີ້,ແຂວງຢຸນນານໄດ້ຮັບການລາຍງານວ່າມີຜູ້ເປັນພະຍາດທັງໝົດ 174 ກໍລະນີ, ປິ່ນປົວຫາຍຂາດ ແລະ ອອກໂຮງໝໍ 129 ກໍລະນີ, ເສຍຊີວິດ 2 ຄົນ, ຜູ້ທີ່ຖືກສົງໄສຕິດເຊື້ອພະຍາດ 543 ກໍລະນີ.ອັດຕາປິ່ນປົວຫາຍຂາດ ແລະ ອອກໂຮງໝໍແມ່ນ 74%. ໃນນັ້ນມີ 5 ເມືອງເຊັ່ນເມືອງລີນຊ່າງ, ເມືອງລີ້ຈ່ຽງ, ເມືອງພູເອີ, ກິ່ງແຂວງຊູສົງ, ກິ່ງແຂວງວົນຊານ ໄດ້ຮັບການລາຍງານວ່າຜູ້ເປັນພະຍາດທັງໝົດໄດ້ຮັບການປິ່ນປົວຫາຍຂາດ ແລະ ອອກໂຮງໝໍ. ປັດຈຸບັນນີ້, ໃນ 16 ກິ່ງແຂວງແລະເມືອງຂອງແຂວງຢຸນນານ, ໄດ້ມີ 7 ກິ່ງແຂວງແລະເມືອງທີ່ບໍ່ມີຜູ້ຕິດພະຍາດອັກເສບປອດຈາກເຊື້ອຈຸລະໂລກສາຍພັນໃໝ່.

ປັດຈຸບັນນີ້,ພະນັກງານແພດຂອງແຂວງຢຸນນານທີ່ເຂົ້າຮ່ວມວຽນງານການປິ່ນປົວພະຍາດອັກເສບປອດຈາກເຊື້ອຈຸລະໂລກສາຍພັນໃໝ່ແມ່ນບໍ່ມີຄົນທີ່ຕິດເຊື້ອພະຍາດອັກເສບປອດ,ມາຮອດວັນທີ 24 ກຸມພາ, ພະນັກງານແພດຂອງແຂວງຢຸນນານທີ່ຈະໄປຊ່ວຍເຫຼືອແຂວງຫູເປີ່ຍກໍມີ 1156 ຄົນທີ່ຖືກສົ່ງໄປເພື່ອຊ່ວຍເຫຼືອວຽກງານການປິ່ນປົວພະຍາດອັກເສບປອດຈາກເຊື້ອຈຸລະໂລກສາຍພັນໃໝ່.