ທ່ານສີຈິ້ນຜິງກ່າວເນັ້ນວ່າ ຕ້ອງຮັບປະກັນຄວາມໝັ້ນທ່ຽງດ້ານກະສິກໍາ ແລະຄວາມໝັ້ນຄົງດ້ານທັນຍາຫານ ແລະອາຫານສໍາຮອງທີ່ສໍາຄັນຕ່າງໆ

2020-02-26 18:18:55 |ມາຈາກ: CRI

ຫວ່າງບໍ່ດົນມານີ້,​ ທ່ານສີຈິ້ນຜິງ, ເລຂາທິການໃຫຍ່ສູນກາງພັກກອມມູນິຈີນ, ປະທານປະເທດຈີນ, ປະທານຄະນະກໍາມະການການທະຫານສູນກາງຈີນ ໄດ້ຊີ້ແຈງວຽກງານໃນກອງປະຊຸມວຽກງານການຜະລິດກະສິກໍາລະດູໃບໄມ້ບົ່ງທົ່ວປະເທດ ໂດຍກ່າວເນັ້ນວ່າ, ຍິ່ງປະເຊີນໜ້າກັບຄວາມສ່ຽງ ແລະສິ່ງ ທ້າທາຍ,​ ຍິ່ງຕ້ອງງຮັບປະກັນຄວາມໝັ້ນທ່ຽງດ້ານກະສິກໍາ, ຍິ່ງຕ້ອງຮັບປະກັນຄວາມໝັ້ນຄົງດ້ານທັນຍາຫານ ແລະອາຫານສໍາຮອງທີ່ສໍາຄັນຕ່າງໆ ເພື່ອເປັນການຄໍ້າປະກັນທີ່ແຂງແຮງແກ່ການຕໍ່ຕ້ານການແຜ່ລະບາດພະຍາດອັກເສບປອດຈາກເຊື້ອຈຸລະໂລກສາຍພັນໃໝ່ ແລະບັນລຸເປົ້່າໝາຍພັດທະນາເສດຖະກິດສັງຄົມໃນປີ 2020.

ທ່ານສີຈິ້ນຜິງກ່າວເນັ້ນວ່າ,​ ໄປຄຽງຄູ່ກັບການປະຕິບັດມາດຕະການປ້ອງກັນ ແລະຄວບຄຸມການແຜ່ລະບາດພະຍາດໂດຍແບ່ງຂອບເຂດ ແລະລະດັບ, ຕ້ອງອອກແຮງຈັດຕັ້ງປະຕິບັດການຜະລິດ ແລະການປູກຝັງໃນລະດູໃບໄມ້ບົ່ງ, ບໍ່ໃຫ້້ພາດໂອກາດທີ່ດີໃນການປູກຝັງ, ຮັບປະກັນໃຫ້ໄດ້ຮັບ ການເກັບກ່ຽວອຸດົມສົມບູນໃນລະດູຮ້ອນ. ຕ້ອງເພີ່ມທະວີການສະໜັບສະໜູນດ້ານນະໂຍບາຍສົ່ງເສີມການຜະລິດທັນຍາຫານ, ເພີ່ມທະວີການກໍສ້າງພື້່ນຖານໂຄງລ່າງດ້ານກະສິກໍາແບບທັນສະໄໝ, ຍົກລະດັບການປະດິດສ້າງໃໝ່ດ້ານເຕັກໂນໂລຊີກະສິກໍາ, ເຮັດວຽກປ້ອງກັນ ແລະປາບສັດຕູພືດ ແລະຄວບຄຸມການລະບາດພະຍາດສັດໃຫ້ດີ.