ໂຮງຮຽນປະຖົມ ແລະ ມັດທະຍົມ ທັງໝົດໃນເມືອງຄຸນໝິງປະຕິບັດການສອນທາງອອນລາຍ

2020-02-27 15:40:51 |ມາຈາກ: Yunnan Gateway

ທ້າຍເດືອນກຸມພາໃນແຕ່ລະປີແມ່ນເວລາເປີດພາກຮຽນຂອງໂຮງຮຽນປະຖົມ ແລະ ມັດທະຍົມໃນປະເທດຈີນ, ແຕ່ວ່າເນື່ອງຈາກໄດ້ຮັບຜົນກະທົບຈາກການລະບາດຂອງພະຍາດອັກເສບປອດຈາກເຊື້ອຈຸລະໂລກສາຍພັນໃໝ່, ບັນດາຄູອາຈານແລະນັກຮຽນແມ່ນຍັງບໍ່ສົມຄວນທີ່ຈະກັບຄືນໄປໂຮງຮຽນ. ເພື່ອເຮັດໃຫ້ຄູອາຈານທີ່ຢູ່ຫ່າງໄກຈາກໂຮງຮຽນແຕ່ຍັງສາມາດຂຶ້ນສອນໄດ້, ສ່ວນນັກຮຽນກໍຍັງສາມາດສືບຕໍ່ຮຽນໄດ້ໂດຍບໍ່ຕ້ອງໄປໂຮງຮຽນ. ໂຮງຮຽນປະຖົມ ແລະ ມັດທະຍົມທັງໝົດໃນເມືອງຄຸນໝິງຈຶ່ງໄດ້ປະຕິບັດການສອນທາງອອນລາຍຊົ່ວຄາວໃນໄລຍະການລະບາດຂອງພະຍາດອັກເສບປອດ.

ໃນປັດຈຸບັນ, ກົມສຶກສາ ແລະ ກິລາໃນແຕ່ລະເຂດຂອງເມືອງຄຸນໝິງໄດ້ສ້າງແຜນການສອນທາງອອນລາຍ. ໂຮງຮຽນປະຖົມ ແລະ ມັດທະຍົມທັງໝົດກໍ່ໄດ້ຈັດຕາຕະລາງການຮຽນຢູ່ບ້ານທີ່ແທດເໝາະກັບສະພາບຕົວຈິງຂອງໂຮງຮຽນ. ຈັດແຈງໃຫ້ເດັກນ້ອຍຮຽນ, ດຳລົງຊີວິດ ແລະ ອອກກຳລັງກາຍຢ່າງມີວິທະຍາສາດ, ໂດຍບໍ່ເພີ່ມເຕີມການແບກຫາບພາລະໃນການຮຽນ, ໂຮງຮຽນປະຖົມ ແລະ ມັດທະຍົມຫລາຍແຫ່ງໃນເມືອງຄຸນໝິງໄດ້ຈັດພິທີເປີດພາກຮຽນແລະການສອນທາງອອນລາຍ, ຄູອາຈານ ແລະ ນັກຮຽນໄດ້ເຕົ້າໂຮມກັນຢູ່ໃນເຄືອຂ່າຍ, ເລີ່ມຕົ້ນການຮຽນຂອງພວກເຂົາ.