ໃນຂະນະທີ່ປະສົບ​ໄພອັນຕະລາຍ ການຊ່ວຍເຫຼືອຜູ້ອື່ນກໍ່ຈະ​ເປັນ​ການຊ່ວຍເຫຼືອຕົນເອງ

2020-02-27 17:36:59 |ມາຈາກ: CRI

“​ໃນ​ເວລາ​ຕົນ​ປະສົບ​ຄວາມ​ຫຍຸ້ງຍາກ ​​ໄດ້​ຮັບ​ບຸນຄຸນ​ຈາກ​ຜູ້​ອື່ນ​ເຖິງ​ວ່າ​ພຽງ​ແຕ່​ເລັກ​ໜ້ອຍ​ກໍຕາມ ກໍ​ຄວນ​ຕອບ​ສະໜອງ​ຄືນ​ເປັນ​ທົບ​ເທົ່າ", ນີ້ເປັນມູນ​ເຊື້ອ​ອັນດີງາມຂອງຊົນຊາດຈີນ. ໃນກອງປະຊຸມຖະແຫຼງຂ່າວຂອງກະຊວງການຕ່າງປະເທດຈີນທີ່ຈັດຂຶ້ນໃນວັນທີ 25 ກຸມພານີ້, ທ່ານ ຈ້າວລີ້ຈ່ຽນ ໂຄສົກກະຊວງການຕ່າງປະເທດຈີນທີ່ຫາກໍເຂົ້າຮັບຕຳແໜ່ງໃໝ່ໄດ້ໃຊ້ສຳນວນບູຮານຈີນດັ່ງກ່າວເພື່ອສະແດງຄວາມຂອບອົກຂອບໃຈທີ່ປະຊາຄົມໂລກໄດ້ໃຫ້ການສະໜັບສະໜູນແລະຊ່ວຍເຫຼືອຈີນ, ກໍຄືຄວາມຕັດສິນໃຈແລະການແບກຫາບໜ້າທີ່ຮັບຜິດຊອບໃນການປົກປັກຮັກສາຄວາມປອດໄພດ້ານສາທາລະນະສຸກຂອງໂລກ.

ຫຼັງຈາກປະສົບກັບສະພາບການແຜ່ລະບາດຂອງພະຍາດອັກເສບປອດຈາກໄວຣັສໂຄໂຣນາສາຍພັນໃໝ່ແລ້ວ, ຜູ້ນຳຂອງ 170 ກວ່າປະເທດແລະຜູ້ຕາງໜ້າຂອງອົງການຈັດຕັ້ງສາກົນ 40 ກວ່າອົງການໄດ້ສົ່ງໂທລະເລກເປັນການສະເພາະເຖິງຈີນເພື່ອສະແດງການສະໜັບສະໜູນຈີນ, ລວມທັງວົງການຕ່າງໆທາງສັງຄົມຂອງຫຼາຍປະເທດໄດ້ບໍລິຈາກເງິນແລະອຸປະກອນເພື່ອຊ່ວຍເຫຼືອ ແລະ ໃຫ້ກຳລັງໃຈແກ່ຈີນດ້ວຍຮູບແບບຕ່າງໆ.

ເຊື້ອພະຍາດບໍ່ມີ​ພົມ​ແດນ. ໃນບໍ່ເທົ່າໃດມື້ມານີ້, ສະພາບການແຜ່ລະບາດຂອງພະຍາດອັກເສບປອດສາຍພັນໃໝ່ຢູ່ຍີ່ປຸ່ນ, ສ.ເກົາຫຼີ, ອີຕາລີ, ອີຣານ ແລະປະເທດອື່ນໆ ໄດ້ມີການຂະຫຍາຍຂອບເຂດກວ້າງອອກ, ຢູ່ອາຟຣິກາກໍ່ໄດ້ມີຜູ້ຖືກບົ່ງມະຕິດວ່າເປັນພະຍາດເຊັ່ນກັນ. ອົງການອະນາໄມໂລກໄດ້ສະແດງຄວາມວິຕົກກັງວົນຫລາຍຄັ້ງຕໍ່ປະເທດທີ່ມີລະບົບການປິ່ນປົວດ້ານສາທາລະນະສຸກທີ່ບໍ່ທັນເຂັ້ມແຂງ.

ຈີນມີປະສົບການດ້ານການຕ້ານກັບການແຜ່ລະບາດຂອງພະຍາດ, ຍິ່ງມີຄວາມຕັດສິນໃຈໃນການຮັບຜິດຊອບຕໍ່ວຽກງານສາທາລະນະສຸກຂອງໂລກ. ໃນຂະນະທີ່ເຮັດວຽກປ້ອງກັນແລະຄວບຄຸມການແຜ່ລະບາດຂອງພະຍາດໃນປະເທດຕົນ, ຈີນກໍຍິນດີ​ແລກ​ປ່ຽນແລະປະສານສົມທົບກັບປະເທດທີ່ກ່ຽວຂ້ອງເຊັ່ນ: ຍີ່ປຸ່ນ ແລະ ສ.ເກົາຫຼີເປັນຕົ້ນຢ່າງແໜ້ນແຟ້ນ, ແບ່ງປັນຂໍ້ມູນແລະປະສົບການຮ່ວມກັນ,ພ້ອມທັງໃຫ້ການສະໜັບສະໜູນຈົນສຸດຄວາມສາມາດຂອງຕົນໃຫ້ແກ່ປະເທດທີ່ມີລະບົບສາທາລະນະສຸກທີ່ຍັງບໍ່ທັນເຂັ້ມແຂງອື່ນໆ. ມາຮອດປັດຈຸບັນ,ຈີນໄດ້ບໍລິຈາກຜ້າອັດປາກ 2,5 ແສນຜືນໃຫ້ແກ່ອີຣານ, ໄດ້ສະໜອງນ້ຳຢາວັດແທກ RNA ຫຼື DNA ຂອງເຊື້ອພະຍາດອັກເສບປອດຈາກໄວຣັສໂຄໂຣນາສາຍພັນໃໝ່ໃຫ້ແກ່ຍີ່ປຸ່ນໂດຍລ້າ. ຕໍ່ກັບກໍລະນີທີ່ລະບົບສາທາລະນະສຸກຂອງປະເທດອາຟຣິກາທີ່ຍັງບໍ່ທັນເຂັ້ມແຂງໂດຍທົ່ວໄປ, ຈີນກໍໄດ້​ໃຫ້ການຊ່ວຍເຫຼືອໂດຍຜ່ານຫຼາຍຊ່ອງທາງ.

ແຕ່ວ່າ, ນັກການເມືອງແລະສື່ມວນຊົນຈຳນວນໜຶ່ງຂອງອາເມຣິກາບໍ່ໄດ້ມີຄວາມສຳນຶກວ່າຕົນໃຫ້ການຊ່ວຍເຫຼືອແກ່ພາຍນອກຊ້າ, ຊ້ຳບໍ່ໜຳຍັງໄດ້ປ່າວຂ່າວລືທີ່ໃສ່ຮ້າຍປ້າຍສີຈີນອີກແລ້ວອີກຕື່ມ. ຂໍຖາມແດ່: ​ໃນຂະນະທີ່ປະສົບ​ໄພ​ອັນຕະລາຍ, ແມ່ນໃຜແທ້ທີ່ເປັນຜູ້ແບກຫາບໜ້າທີ່ຮັບຜິດຊອບຕົວຈິງ, ສ່ວນຜູ້ທີ່ຫລົບຫລີກໜ້າທີ່ຄວາມຮັບຜິດຊອບແມ່ນໃຜກັນແທ້?

ທ່ານ ມາຕິນ ໂອບຣາວ ນັກວິທະຍາສາດຂອງສະຖາບັນວິທະຍາສາດສັງຄົມອັງກິດ, ນັກສັງຄົມສາດທີ່ມີຊື່ສຽງຂອງອັງກິດໄດ້ຊີ້ໃຫ້ເຫັນໃນຫວ່າງມໍ່ໆມານີ້ວ່າ: ການທີ່ຮັບມືກັບການແຜ່ລະບາດຂອງພະຍາດອັກເສບປອດຈາກໄວຣັສໂຄໂຣນາສາຍພັນໃໝ່ກໍຄືເຫດການສາທາລະນະສຸກທີ່ສຳຄັນອື່ນໆ ຕ້ອງການສະຕິປັນຍາແລະການປະສານງານລວມໝູ່ຈາກມວນມະນຸດ ເຊິ່ງໄດ້ສະແດງໃຫ້ເຫັນຄວາມສຳຄັນໃນການສ້າງປະຊາຄົມຮ່ວມຊາຕາກຳມວນມະນຸດ.

​ໃນຂະນະທີ່ປະສົບ​ໄພອັນຕະລາຍ, ການຊ່ວຍເຫຼືອຜູ້ອື່ນກໍ່ຈະ​ເປັນ​ການຊ່ວຍເຫຼືອຕົນເອງ. ເມື່ອປະສົບ​ໄພ​ອັນຕະລາຍ ມີແຕ່ຊ່ວຍເຫຼືອເຊິ່ງກັນແລະກັນເທົ່ານັ້ນ, ທົ່ວໂລກຈຶ່ງຈະສາມາດເອົາຊະນະ​ໃນ​ການ​ຕ້ານ​ກັບການແຜ່ລະບາດຂອງພະຍາດໄດ້ໂດຍໄວ ແລະ ກັບຄືນສູ່ສະພາບປົກກະຕິຄືນໃໝ່.