ທ່ານ​ສີ​ຈິ້ນ​ຜິງ: ບໍ່​ໃຫ້​ຜ່ອນ​ຍານການ​ປ້ອງ​ກັນ​ແລະ​ຄວບ​ຄົມ​ພະ​ຍາດ, ທັງ​ກຳ​ແໜ້ນວຽກ​ງານ​​ຕ່າງໆ​ກ່ຽວ​ກັບ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ

2020-02-27 17:38:57 |ມາຈາກ: CRI

ວັນ​ທີ 26 ກຸມ​ພານີ້, ທ່ານ​ສີ​ຈິ້ນ​ຜິງ ເລ​ຂາ​ທິ​ການ​ໃຫຍ່​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ​ກ່າວ​ວ່າ, ສະ​ຖາ​ນະ​ການ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ສະ​ພາບ​ພະ​ຍາດ​ຂອງ​ຈີນ​ພວມ​ມີ​ການຂະ​ຫຍາຍ​ຕົວ​ເປັນ​ຢ່າງ​ດີ, ເສດ​ຖະ​ກິດ​ສັງ​ຄົມ​ເລັ່ງ​ລັດ​ຟື້ນ​ຟູ​ການ​ພັດ​ທະ​ນາ, ຂະ​ນະ​ດຽວ​ກັນ, ສະ​​ພາບ​ການ​ພະ​ຍາດ​ຢູ່​ແຂວງ​ຫູ​ເປີຍ​ແລະ​ນະ​ຄອນ​ອູ​ຮັ້ນ​ຍັງ​ຄົງ​ສັບ​ສົນ​ແລະ​ເຄັ່ງ​​ຄັດ​ຢູ່, ບໍ່​ຄວນ​ປະ​ໝາດຄວາມ​ສ່ຽງ​ທີ່​ສະ​ພາບ​ພະ​ຍາດ​ອາດຈະຮ້າຍ​ແຮງ​ຄືນ​ໃນ​​ນາງເຂດ​ອື່ນ​. ປັດ​ຈຸ​ບັນ, ຈີນບໍ່​ພຽງ​ແຕ່​ຕ້ອງ​ສືບ​ຕໍ່​ເພີ່ມ​ທະ​ວີ​ການ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ພະ​ຍາດ, ຍັງ​ຕ້ອງ​ເລັ່ງ​ລັດ​ກຳ​ແໜ້ນ​ວຽກ​ງານ​ຕ່າງໆ​ກ່ຽວ​ກັບ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ.

ກອງ​ປະ​ຊຸມ​ກ່າວ​ເນັ້ນ​ວ່າ, ຕ້ອງ​ສືບ​ຕໍ່​ເຕົ້າ​ໂຮມ​ກຳ​ລັງ​ແລະ​ຊັບ​ພະ​ຍາ​ກອນ ເພື່ອ​ເພີ່ມ​ທະ​ວີ​ການ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ພະ​ຍາດ​ຢູ່​ແຂວງ​ຫູ​ເປີຍ​ແລະ​ນະ​ຄອນ​ອູ​ຮັ້ນ​ຢ່າງ​ຮອບ​ດ້ານ, ເພີ່ມ​ທະ​ວີ​ມາດ​ຕະ​ການ​ປ້ອງ​ກັນ​ຕໍ່​​ກຸ່ມ​ຄົນ​ທີ່​ອ່ອນ​ແອ​ ທີ່ຕ້ອງ​ການ​ການ​ບໍ​ລິ​ການ​ຕ່າງໆ​ຈາກ​ໂຮງ​ລ້ຽງ​ຜູ້​ເຖົ້າ, ໂຮງ​ຊ່ວຍ​ເຫຼືອ, ໂຮງ​ລ້ຽງ​ເດັກ, ແລະ​ອົງ​ການ​ປິ່ນ​ປົວ​​ພະ​ຍາດ​ໂລກ​ຈິດ​ເປັນ​ຕົ້ນ ພ້ອມ​ດ້ວຍ​ພະ​ນັກ​ງານ​ທີ່​ເຮັດ​ວຽກ​ຢູ່​ແນວ​ໜ້າ​ການ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ພະ​ຍາດ.

ກອງ​ປະ​ຊຸມ​ຊີ້​ອອກວ່າ, ຕ້ອງ​ຊຸກ​ຍູ້​ການ​ຟື້ນ​ຟູ​ເຮັດ​ວຽກ​ແລະ​ການ​ຜະ​ລິດ​ຢ່າງ​ໝັ້ນ​ທ່ຽງ​ໜັກ​ແໜ້ນ, ​ຈັດ​ຕັ້ງປະ​ຕິ​ບັດ​ນະ​ໂຍ​ບາຍຕ່າງໆ​ທີ່​​ໃຫ້​ບູ​ລິ​ມະ​ສິດ​ຕໍ່​ວິ​ສາ​ຫະ​ກິດ; ຕ້ອງ​ສືບ​ຕໍ່​ຮ່ວມ​ມື​ຢ່າງ​ໃກ້​ຊິດ​ກັບ​ອົງ​ການ​ອະ​ນາ​ໄມ​ໂລກ, ແລກ​ປ່ຽນ​ແລະ​ແບ່ງ​ປັນ​ບົດ​ຮຽນ​ປ້ອງ​ກັນ​ພະ​ຍາດ​ກັບ​ປະ​ເທດ​ທີ່​ກ່ຽວ​ຂ້ອງ, ປະ​ສານ​ສົມ​ທົບ​ມາດ​ຕະ​ການ​ຕ່າງໆ, ພ້ອມ​ກັນ​ປົກ​ປັກ​ຮັກ​ສາ​ຄວາມ​ປອດ​ໄພ​ດ້ານ​ສາ​ທາ​ລະ​ນະ​ສຸກ​ຂອງ​ພາກ​ພື້ນ​ກໍ​ຄື​ຂອງ​ໂລກ.