ທິມແພດຂອງແຂວງຢຸນນານທີ່ຈະໄປຊ່ວຍເຫຼືອແຂວງຫູເປີ່ຍ: ຄົນເຈັບພະຍາດອັກເສບປອດຈາກເຊື້ອຈຸລະໂລກສາຍພັນໃໝ່ປິ່ນປົວຫາຍຂາດ ແລະ ອອກໂຮງໝໍເພີ່ມຂຶ້ນຢ່າງຕໍ່ເນື່ອງ

2020-02-28 15:49:24 |ມາຈາກ: Yunnan Gateway

ວັນທີ 27 ມັງກອນ, ທິມແພດຊຸດທຳອິດຂອງແຂວງຢຸນນານທີ່ຈະໄປຊ່ວຍເຫຼືອແຂວງຫູເປີ່ຍເດີນທາງໄປຮອດແຂວງຫູເປີ່ຍ, ເພື່ອສະໜອງການຊ່ວຍເຫຼືອແລະສະໜັບສະໜູນໃນດ້ານການແພດໃຫ້ເມືອງຊ່ຽນນິງແຂວງຫູເປີ່ຍ.ຮອດວັນທີ 27 ກຸມພາ, ແຂວງຢຸນນານສົ່ງພະນັກງານແພດໄປແຂວງຫູເປີ່ຍມີ 1156 ຄົນ. ອີງຕາມການແນະນຳຈາກພະນັກງານຂອງທີມແພດ, ປັດຈຸບັນ, ຄົນເຈັບທີ່ອອກໂຮງໝໍ ແລະ ການຟື້ນຟູສຸຂະພາບໃນທ້ອງຖິ່ນຄ່ອຍໆເພີ່ມຂື້ນ, ແລະ ຜູ້ທີ່ຖືກບົ່ງມະຕິຢືນຢັນເປັນພະຍາດໄດ້ຫຼຸດລົງຢ່າງຫຼວງຫຼາຍ.

ຮອດວັນທີ 27 ກຸມພາ, ເປັນເວລາ6 ມື້ຕິດຕໍ່ກັນທີ່ ເມືອງຊ່ຽນນິງແຂວງຫູເປີ່ຍມີຜູ້ຕິດພະຍາດອັກເສບປອດຈາກເຊື້ອຈຸລະໂລກສາຍພັນໃໝ່ເພີ່ມຂຶ້ນ 0 ກໍລະນີ, ມີຄົນເຈັບ 644 ກໍລະນີຖືກປິ່ນປົວຫາຍຂາດ ແລະ ອອກໂຮງໝໍ.ໃນໄລຍະການປິ່ນປົວ, ວັນທີ 14 ກຸມພາ, ແມ່ຍິງຖືພາຄົນໜຶ່ງທີ່ເປັນຜູ້ຕິດພະຍາດອັກເສບປອດຈາກເຊື້ອຈຸລະໂລກສາຍພັນໃໝ່ໄດ້ເກີດລູກຢູ່ເມືອງຊ່ຽນນິງ.ວັນທີ 19 ກຸມພາ, ຄົນເຈັບພະຍາດອັກເສບປອດສາຍພັນໃໝ່ໄດ້ປິ່ນປົວຫາຍຂາດ ແລະ ອອກໂຮງໝໍ 1 ກໍລະນີ, ເຊິ່ງຜູ້ກ່ຽວມີອາຍຸ 96 ປີແລ້ວ. ມາຮອດວັນທີ 23 ກຸມພາ, ຈຳນວນຄົນເຈັບທີ່ອອກໂຮງໝໍກາຍຈຳນວນຄົນເຈັບທີ່ໄດ້ຮັບການປິ່ນປົວຢູ່ໂຮງໝໍເປັນຄັ້ງທຳອິດ, ແລະສະພາບການລະບາດຂອງພະຍາດອັກເສບປອດໃນທ້ອງຖິ່ນໄດ້ສະແດງທ່າອ່ຽງທີ່ດີຂຶ້ນ.

ທີມແພດຢຸນນານກວມເອົາຫລາຍສາຂາວິຊາເຊັ່ນ: ການແພດທີ່ເບິ່ງແຍງຄົນເຈັບອາການໜັກ, ດ້ານການຫາຍໃຈ, ດ້ານພະຍາດຕິດແປດ, ດ້ານການເບິ່ງແຍງຮັກສາແລະອື່ນໆ. ພະນັກງານເພດຍິງໃນທີມແພດເກີນ 70%, ເປັນຕົວແທນໃຫ້ແກ່ພະລັງຂອງການປິ່ນປົວທີ່ເປັນມືອາຊີບທີ່ສຸດຂອງແຂວງຢຸນນານ. ນອກຈາກເມືອງຊ່ຽນນິງ, ທີມແພດຢຸນນານຍັງຖືກສົ່ງໄປເມືອງອູຮັ້ນແຂວງຫູເປີ່ຍເພື່ອດຳເນີນການປິ່ນປົວຄົນເຈັບໃນໂຮງໝໍທ້ອງຖິ່ນເຊັ່ນ ໂຮງໝໍງຝັງຊັງຈ່ຽງຫ້ານ,ໂຮງໝໍຝັງຊັງທີຊ້ຽວຮ້ານຢ໋າງແລະໂຮງໝໍອື່ນໆ. ສູນຄວບຄຸມພະຍາດຂອງແຂວງຢຸນນານສົ່ງທິມງານກວດສອບ ໄປເຮັດວຽກຮ່ວມມືກັບທິມງານກວດສອບທ້ອງຖິ່ນ,ເຊິ່ງໄດ້ຮັບຜົນສຳເລັດໃນການກວດສອບແບບຢ່າງເຊື້ອພະຍາດທັງໝົດ 10,516 ແບບຢ່າງ.

ປັດຈຸບັນ,ພະນັກງານແພດຂອງແຂວງຢຸນນານທີ່ໄປຊ່ວຍເຫຼືອແຂວງຫູເປີ່ຍກໍມີ 1156 ຄົນທີ່ຖືກສົ່ງໄປເພື່ອຊ່ວຍເຫຼືອວຽກງານການປິ່ນປົວພະຍາດອັກເສບປອດຈາກເຊື້ອຈຸລະໂລກສາຍພັນໃໝ່ ແລະ ກຳລັງມີແຜນການໃຫ້ພະນັກງານການແພດຂອງທີມແພດຢຸນນານຊຸດທຳອິດພັກຜ່ອນ.