ໃນ 7 ມື້ຕິດຕໍ່ກັນມານີ້ ແຂວງຢຸນນານບໍ່ມີການເພີ່ມຂຶ້ນຂອງຜູ້ຕິດພະຍາດອັກເສບປອດຈາກເຊື້ອຈຸລະໂລກສາຍພັນໃໝ່

2020-02-28 15:59:55 |ມາຈາກ: Yunnan Gateway

ຮອດ 0 ໂມງຫາ 24 ໂມງຂອງວັນທີ 27 ກຸມພາ, ໃນ 7 ມື້ຕິດຕໍ່ກັນມານີ້ແຂວງຢຸນນານບໍ່ມີການເພີ່ມຂຶ້ນຂອງຜູ້ຕິດພະຍາດອັກເສບປອດຈາກເຊື້ອຈຸລະໂລກສາຍພັນໃໝ່. ແຂວງຢຸນນານໄດ້ຮັບການລາຍງານວ່າມີຜູ້ເປັນພະຍາດທັງໝົດ 174 ກໍລະນີ,ປິ່ນປົວຫາຍຂາດ ແລະ ອອກໂຮງໝໍ 150 ກໍລະນີ, ຄົນເສຍຊີວິດ 2 ຄົນ, ປັດຈຸບັນມີຜູ້ເປັນພະຍາດ 22 ກໍລະນີ. ຜູ້​ທີ່​ຖືກ​ສົງ​ໄສ​ຕິດ​ເຊື້ອ​ພະ​ຍາດ​ 12 ກໍລະນີ, ຜູ້ທີ່ເຄີຍສຳຜັດກັບຜູ້ເປັນພະຍາດຢ່າງໃກ້ຊິດນັ້ນຍັງມີ 232 ກໍລະນີພວມຖືກຕິດຕາມສັງເກດຈາກທາງການແພດຢູ່.