ເນື່ອງຈາກໄດ້ຮັບຜົນກະທົບຈາກການລະບາດຂອງພະຍາດອັກເສບປອດຈາກເຊື້ອຈຸລະໂລກສາຍພັນໃໝ່, ບໍລິມາດການນຳໃຊ້ເລືອດໃນການປິ່ນປົວທາງການແພດຂອງແຂວງຫູເປີ່ຍເພີ່ມຂື້ນ, ແລະ ການສະໜອງເລືອດຂອງທະນາຄານເລືອດແມ່ນມີຄວາມຂຸ້ນຂ້ຽວ.
ຕອນເຊົ້າ 9 ໂມງຂອງວັນທີ 29 ກຸມພາ,ສູນບໍລິຈາກເລືອດແຂວງຢຸນນານຈັດແຈງລົດພິເສດເພື່ອຂົນສົ່ງເລືອດ,ນຳເອົາເລືອດທີ່ກະກຽມຢູ່ແຂວງຢຸນນານ 800000 ມີລີລິດສົ່ງໄປເມືອງອູຮັ້ນ,ຕາມເສັ້ນທາງ, ລົດຂົນສົ່ງເລືອດໄດ້ຮັບການສະໜັບສະໜູນແລະການຊ່ວຍເຫຼືອຈາກສື່ມວນຊົນ, ຕຳຫຼວດຈະລາຈອນ, ພາກສ່ວນບໍລິຫານຖະໜົນ ແລະ ພະແນກການອື່ນໆໃນແຂວງຢຸນນານ, ແຂວງກຸ້ຍໂຈວ, ແຂວງຫູໜານ, ແລະແຂວງຫູເປີ່ຍ.ປະສານສົມທົບພາຫະນະທີ່ສັນຈອນລຽບຕາມເສັ້ນທາງເຮັດໃຫ້ການສົ່ງເລືອດດຳເນີນໄປຢ່າງສະດວກ.
ໃນຕອນເຊົ້າມືດຂອງວັນທີ 1 ມີນາ, ລົດພິເສດໄດ້ໄປຮອດຈຸດໝາຍປາຍທາງຢ່າງສຳເລັດຜົນ,ແລະໄດ້ສົ່ງເລືອດໃຫ້ສູນບໍລິຈາກເລືອດເມືອງອູຮັ້ນແຂວງຫູເປີ່ຍ.
ຫຼັງຈາກເລືອດແລະເກັດເລືອດມາຮອດເມືອງອູຮັ້ນ, ສູນບໍລິຈາກເລືອດເມືອງອູຮັ້ນແຂວງຫູເປີ່ຍຈະສົ່ງເລືອດແລະເກັດເລືອດໄປຕາມໂຮງໝໍທ້ອງຖິ່ນຢ່າງໄວວາ, ເພື່ອສະໜັບສະໜູນການປິ່ນປົວຄົນເຈັບພະຍາດອັກເສບປອດຈາກເຊື້ອຈຸລະໂລກສາຍພັນໃໝ່.