ທ່ານວາງຢີ້: ການເພີ່ມທະວີການປະສານງານສາກົນເພື່ອຕ້ານພະຍາດ ຊຸກຍູ້ການສ້າງປະຊາຄົມ ຮ່ວມຊາຕາກຳຂອງມວນມະນຸດ

2020-03-02 17:07:37 |ມາຈາກ: CRI

ວັນທີ 1 ມີນານີ້, ທ່ານວາງຢີ້ ທີ່ປຶກສາແຫ່ງລັດ ທັງເປັນລັດຖະມົນຕີກະຊວງການ ຕ່າງປະເທດຈີນ ໄດ້ລົງພິມບົດຄວາມຢູ່ວາລະສານ “ຊິວຊື້” ທີ່ພາດຫົວຂໍ້ວ່າ: “ເດັດດ່ຽວເອົາຊະນະໃນບັ້ນປ້ອງກັນແລະຄວບຄຸມພະຍາດ ຊຸກຍູ້ການສ້າງປະຊາ ຄົມຮ່ວມຊາຕາກຳຂອງມວນມະນຸດ” ໂດຍຂຽນວ່າ: ສະພາບພະຍາດໂຄວິດ-19ເຮັດໃຫ້ປະຊາຄົມໂລກມີຄວາມຮັບຮູ້ທີ່ເລິກເຊິ່ງອີກຄັ້ງໜຶ່ງວ່າ: ໃນຍຸກໂລກາພິວັດ, ປະເທດຕ່າງໆມີຊາຕາກຳຮ່ວມກັນ, ຮ່ວມທຸກຮ່ວມສຸກນຳກັນ, ການສ້າງ ປະຊາຄົມຮ່ວມຊາຕາກຳຂອງມວນມະນຸດແມ່ນທິດທາງທີ່ຖືກຕ້ອງພຽງໜຶ່ງດຽວທີ່ຈະເຮັດໃຫ້ສັງຄົມມະນຸດພັດທະນາກ້າວໄປໜ້າ.

ທ່ານກ່າວວ່າ: ຈີນຈະເປີດກວ້າງການຮ່ວມມືສອງຝ່າຍແລະຫຼາຍຝ່າຍເພື່ອຕ້ານພະຍາດ, ສືບ ຕໍ່ຮັກສາການປຶກສາຫາລືທີ່ດີກັບອົງການອະນາໄມໂລກ, ຄົ້ນຄວ້າ ແລະ ດຳເນີນ ການປ້ອງກັນແລະຄວບຄຸມພະຍາດຂ້າມຊາດ, ແບ່ງບັນຂໍ້ມູນກ່ຽວກັບສະພາບພະ ຍາດ, ມາດຕະການປ້ອງກັນແລະຄວບຄຸມພະຍາດ ແລະຜົນສຳເລັດໃນການຄົ້ນຄ້ວາຢ່າງທັນການ, ເພີ່ມທະວີການຮ່ວມກັນຄົ້ນຄົ້ວແລະຜະລິດຢາຕ້ານພະຍາດແລະຢາວັກແຊງ. ພ້ອມກັນນັ້ນ, ຈີນຈະໃຫ້ການຊ່ວຍເຫຼືອຕາມຄວາມສາ ມາດຂອງຕົນແກ່ປະເທດແລະເຂດແຄ້ວນທີ່ມີພະຍາດແຜ່ລະບາດ, ເສີມຂະຫຍາຍ ບົດບາດຂອງປະເທດໃຫຍ່ທີ່ມີຄວາມຮັບຜິດຊອບ.

ບົດຄວາມຂຽນວ່າ: ຈີນຈະປະຕິບັດຕາມທັດສະນະປະຊາຄົມຮ່ວມຊາຕາກຳຂອງ ມວນມະນຸດ, ເຂົ້າຮ່ວມການບໍລິຫານດ້ານສາທາລະນະສຸກຂອງໂລກຢ່າງເລິກເຊິ່ງ, ສາມັກຄີກັບປະຊາຄົມໂລກເພື່ອຮັບມືກັບສິ່ງທ້າທາຍດ້ານສາທາລະນະສຸກທົ່ວ ໂລກ. ຈີນຈະສືບຕໍ່ສະໜັບສະໜູນອົງການສະຫະປະຊາຊາດ ແລະ ອົງການອະນາ ໄມໂລກ ເສີມຂະຫຍາຍບົດບາດແກນກາງໃນການຮັບມືກັບເຫດການສາທາລະນະ ສຸກທີ່ເກີດຂຶ້ນຢ່າງກະທັນຫັນ ແລະປັບປຸງບູລະນະກົນໄກບໍລິຫານດ້ານສາທາລະນະ ສຸກທົ່ວໂລກ, ຍົກຖານະຂອງບັນຫາສາທາລະນະສຸກໃນວາລະສາກົນໃຫ້ສູງຂຶ້ນ, ຊຸກຍູ້ໂຄງການຮ່ວມມືສາກົນຂະໜາດໃຫຍ່ແລະສຳຄັນໃນຂົງເຂດສຸຂະພາບ, ສ້າງ “ເສັ້ນທາງສາຍໄໝດ້ານສຸຂະພາບ” ຢ່າງຕັ້ງໜ້າ.