ເວທີກອງປະຊຸມທາງໄກກ່ຽວກັບພະຍາດອັກເສບປອດຈາກເຊື້ອຈຸລະໂລກສາຍພັນໃໝ່ AR+5G+ດິຈິຕອນສາມມິຕິ ອັນທຳອິດຂອງແຂວງຢຸນນານໄດ້ເລີ່ມໃຊ້ທາງອອນລາຍ

2020-03-03 17:05:04 |ມາຈາກ: Yunnan Gateway

ວັນທີ 2 ມີນາ,ເວທີກອງປະຊຸມທາງໄກກ່ຽວກັບພະຍາດອັກເສບປອດຈາກເຊື້ອຈຸລະໂລກສາຍພັນໃໝ່ດ້ວຍ AR+5G ແລະ ດິຈິຕອນສາມມິຕິອັນທຳອິດຂອງແຂວງຢຸນນານໄດ້ເລີ່ມໃຊ້ອອນລາຍຢູ່ໂຮງຫມໍແຫ່ງທຳອິດທີ່ຂຶ້ນກັບມະຫາວິທະຍາໄລການແພດຄຸນໝິງ (first affiliate hospital of kunming medical university),ໃນມື້ນັ້ນ,ຜູ້ຊ່ຽວຊານທີ່ກ່ຽວຂ້ອງຈາກໂຮງຫມໍແຫ່ງທຳອິດທີ່ຂຶ້ນກັບມະຫາວິທະຍາໄລການແພດຄຸນໝິງໄດ້ນຳໃຊ້ເວທີນີ້ເພື່ອດຳເນີນກອງປະຊຸມທາງໄກສຳລັບກໍລະນີທີ່ໄດ້ຮັບພະຍາດອັກເສບປອດຈາກເຊື້ອຈຸລະໂລກສາຍພັນໃໝ່ຢູ່ໂຮງໝໍພະຍາດຕິດແປດແຂວງຢຸນນານ,ແລະໃຫ້ຄຳແນະນຳກ່ຽວກັບການປິ່ນປົວ.

ພ້ອມກັນນັ້ນ,ການກວດດ້ວຍການສະແກນ CT ກໍເປັນມາດຖານອັນສຳຄັນຢ່າງໜຶ່ງຂອງການບົ່ງມະຕິພະຍາດອັກເສບປອດຈາກເຊື້ອຈຸລະໂລກສາຍພັນໃໝ່.ໂຮງຫມໍແຫ່ງທຳອິດທີ່ຂຶ້ນກັບມະຫາວິທະຍາໄລການແພດຄຸນໝິງໄດ້ນຳໃຊ້ເຕັກໂນໂລຍີການສ້າງຄືນຮູບແບບສາມມິຕິທີ່ກ້າວໜ້າແລະເຕັກໂນໂລຢີ AR ທີ່ເພີ່ມຄວາມສົມຈິງເພື່ອຟື້ນຟູພາບສະແກນ CT ຂອງຄົນເຈັບຢ່າງສົມບູນ,ຊ່ວຍໃຫ້ພະນັກງານແພດໝໍຫຼາຍຄົນເຂົ້າໃຈຄຸນລັກສະນະການປ່ຽນແປງພະຍາດຂອງຄົນເຈັບກວ່າເກົ່າ, ຮັບຮູ້ການຊີ້ນຳທາງໄກໃນການປິ່ນປົວ, ແລະ ສົ່ງເສີມການພັດທະນາການແພດດິຈິຕອນແລະການແພດອັດສະລິຍະໃນໂຮງໝໍອິນເຕີເນັດແຂວງຢຸນນານ.