ກອງ​ປະຊຸມ​ລັດ​ຖະບານ​ຈີນ​ໄດ້​ປັບປຸງ​ກົນ​ໄກ​ປະສານ​ງານວຽກ​ງານ “6 ໝັ້ນຄົງ” ​ເພື່ອ​ຮັບ​ມື​ກັບ​ຜົນ​ກະທົບ​ຈາກ​ພະຍາດ COVID-19 ​ແລະ​ຊຸກຍູ້​ເສດຖະກິດ-ສັງຄົມ​ມີຄວາມ​ໝັ້ນຄົງ

2020-03-04 17:08:07 |ມາຈາກ: CRI

ວັນ​ທີ 3 ມີນາ​ນີ້, ທ່ານ​ຫຼີ​ເຄິ້ສຽງ ນາຍົກລັດຖະມົນຕີຈີນ​ໄດ້​ເປັນ​ປະທານ​ຈັດ​ກອງ​ປະຊຸມລັດຖະບານ​ຈີນ ​ເຊິ່ງ​ໄດ້ວາງ​ແຜນ​ປັບ​ປຸງ​ກົນ​ໄກ​ປະສານ​ງານວຽກ​ງານ “6 ຄວາມ​ໝັ້ນຄົງ”, ຮັບ​ມື​ກັບ​ຜົນ​ກະທົບ​ຈາກ​ພະຍາດ COVID-19 ຢ່າງ​ມີ​ປະສິດທິ​ຜົນ ​ແລະ​ຊຸກຍູ້​ເສດຖະກິດ-ສັງຄົມ​​ໃຫ້ມີ​ຄວາມ​ໝັ້ນຄົງ; ກອງ​ປະຊຸມ​ໄດ້ຕົກລົງສະໜັບສະໜູນມາດ​ຕະການ​ຂອງ​ຂະ​ແໜງ​ການ​ການ​ຄົມມະນາຄົມ, ການຂົນ​ສົ່ງ ​ແລະການ​ຈັດ​ສົ່ງ​ສິນຄ້າ​ດ່ວນ ​ແລະ​ອື່ນໆ​ໃນ​ການ​ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ​ເພື່ອ​ເລັ່ງລັດ​ຟື້ນ​ຟູ​ພັດທະນາ​ຄືນ​ໃໝ່; ​ໄດ້ຕົກລົງ​ເພີ່ມ​ທະວີ​ງົບປະມານ​​ໃຫ້​ແກ່ທ້ອງ​ຖິ່ນ, ຍົກ​ສູງ​ຄວາມ​ສາມາດ​ຮັບປະກັນ​ຊີວິດ​ການ​ເປັນ​ຢູ່ພື້ນຖານ​ຂອງ​ປະຊາຊົນ, ຮັບປະກັນ​ເງິນ​ເດືອນ ​ແລະ​ການ​ດຳ​​ເນີນ​ງານ​ຂອງ​ວິ​ສາ​ຫະກິດ​ຕ່າງໆ.

ກອງ​ປະຊຸມ​ດັ່ງກ່າວ​ຍັງ​ໄດ້​ຊີ້​ໃຫ້​ເຫັນ​ວ່າ: ຕາມ​ການ​ວາງ​​ແຜນຂອງ​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ ​ແລະ​ລັດຖະບານ​ຈີນ ​ເພື່ອຊຸກຍູ້​ການປ້ອງ​ກັນ ​ແລະ​ຄວບ​ຄຸມພະ​ຍາດ COVID-19 ​ແລະ​ການ​ພັດທະນາ​ທາງ​ເສດຖະກິດ-ສັງຄົມ, ​ແມ່ນຕ້ອງ​ເພີ່ມ​ຄວາມ​ເຂັ້ມ​ແຂງ​ໃນ​ການ​ປະຕິບັດ​ວຽກ​ງານ​ສະ​ເພາະ​ສືບ​ຕໍ່​ເຮັດ​ໃຫ້ການ​ປະກອບ​ອາຊີບ, ຂະ​ແໜງການ​ເງິນ, ການ​ຄ້າ​ຕ່າງປະ​ເທດ, ການ​ລົງທຶນທັງ​ພາຍ​ໃນ ​ແລະ​ຕ່າງປະ​ເທດ ​ແລະ​ສິ່ງ​ທີ່​ຄາດ​ຫວັງ​ໄວ້ໃຫ້​ມີ​ຄວາມ​ໝັ້ນຄົງ, ຮັບ​ມື​ກັບ​ຜົນ​ກະ​ທົບ​ຈາກ​ພະຍາດ COVID-19 ທີ່​ມີຕໍ່​ເສດຖະກິດ​ໃຫ້​ມີ​ປະສິດທິ​ຜົນ. ຕ້ອງ​ເສີມຂະຫຍາຍບົດບາດ​ຂອງ​ນະ​ໂຍບາຍມະຫາ​ພາກ, ການ​ຄ້າ ​ແລະການ​ລົງທຶນ​ຂອງ​ຕ່າງປະ​ເທດ ກໍ​ຄື​ກົນ​ໄກ​ປະສານ​ງານ​ຮັກສາ​ຄວາມ​ໝັ້ນຄົງ​ຂອງ​ຂະ​ແໜງ​ການ​​ເງິນ, ​ອອກ​ມາດ​ຕະການ​ຮັບ​ມື​ທີ່​ມີ​ເຂັ້ມ​ແຂງ ​ແລະ​ມີ​ປະສິດທິ​ຜົນ​ຢ່າງ​ທັນ​ການ, ​ເພີ່ມ​ທະວີ​ກຳລັງ​ຂັບ​ເຄື່ອນ​ພາຍ​ໃນ ​ແລະ​ຮັກສາ​ການ​ເຄື່ອນ​ໄຫວ​ຂອງ​ເສດຖະກິດ​ສຳລັບ​ໝົດ​ປີ 2020 ​ໃຫ້​ຢູ່​ໃນ​ລະດັບທີ່​ສົມ​ເຫດ​ສົມ​ຜົນ.