ຈີນ​ໄດ້​ຍົກ​ຍ້າຍ​ປະ​ຊາ​ກອນ​ຜູ້​ທຸກ​ຍາກ 9,3 ລ້ານ​ຄົນ​ເພື່ອ​ຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ

2020-03-04 17:11:46 |ມາຈາກ: CRI

ວັນ​ທີ 3 ມີ​ນາ​ນີ້, ຄະ​ນະ​ກຳ​ມະ​ການ​ພັດ​ທະ​ນາ​ແລະ​ປະ​ຕິ​ຮູບ​ແຫ່ງ​ຊາດ​ຈີນ​ໄດ້​ປະ​ກາດ​ວ່າ: ນັບ​ມາ​ຮອດ​ປັດ​ຈຸ​ບັນ, ຈີນ​ໄດ້​ສຳ​ເລັດ​ການ​ຍົກ​ຍ້າຍ​ປະ​ຊາ​ກອນ​ຜູ້​ທຸກ​ຍາກ 9,3 ລ້ານ​ຄົນ​ ​ໄປ​ດຳ​ລົງ​ຊີ​ວິດ​ຢູ່​ຖິ່ນ​ອື່ນ​ເພື່ອຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ ຖື​ວ່າ ໄດ້​ເຮັດ​ສຳ​ເລັດ​ໜ້າ​ທີ່ຍົກ​ຍ້າຍ​ປະ​ຊາ​​ກອນ​​ຜູ້​ທຸກ​ຍາກ​ພ້ອມ​ດ້ວຍ​ການ​ກໍ່​ສ້າງ​ທີ່​ກ່ຽວ​ຂ້ອງ​ເຊິ່ງ​ກຳ​ນົດ​ໄວ້​ໃນ​ແຜນ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ​ແຫ່ງ​ຊາດ​ຄັ້ງ​ທີ 13 ນັ້ນ​ໂດຍ​ພື້ນ​ຖານ​ ແລະ​ກຳ​ລັງ​ຫັນ​ໄປ​ສູ່​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ວຽກ​ງານຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ​ໃຫ້​ແກ່​ຜູ້​ທຸກ​ຍາກ​ເຫຼົ່າ​ນີ້​ຢ່າງ​ຮອບ​ດ້ານ.

ຕ​າມ​ແຜນ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ​ແຫ່ງ​ຊາດ​ຄັ້ງ​ທີ 13, ​ຈີນ​ຈະ​ປະ​ຕິ​ບັດ​ໂຄງ​ການ​ຍົກ​ຍ້າຍ​ປະ​ຊາ​ກອນ​ຜູ້​ທຸກ​ຍາກ​ປະ​ມານ 10 ລ້ານ​ຄົນ​ທີ່​ດຳ​ລົງ​ຊີ​ວິດ​ຢູ່​ເຂດ​ແຄວ້ນ​ທີ່​ມີ​ເງື່ອນ​ໄຂ​ການ​ດຳ​ລົງ​ຊີ​ວິດ​ແລະ​ການ​ພັດ​ທະ​ນາ​​ຫຍຸ້ງ​ຍາກ​ນັ້ນ​ໄປ​​ສູ່ທ້ອງ​ຖິ່ນ​ອື່ນເພື່ອຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ, ປັດ​ຈຸ​ບັນ, ໄດ້​ສ້າງ​ເຂດ​ຈັ​ດ​ສັນ​ໃຫ້​ແກ່​ຜູ້​ທຸກ​ຍາກ​ທີ່​ຍົກ​ຍ້າຍ​ຖິ່ນ​ຖານ​ນັ້ນ​ ສຳ​ເລັດ​ແລ້ວ 39.000 ແຫ່ງ, ໃນ​ນັ້ນ ເຂດ​ຈັນ​ສັນ​ຂະ​ໜາດ​ໃຫຍ່​ທີ່ສາ​ມາດ​ຮອງ​ຮັບ​ຜູ້​ທຸກ​ຍາກຫຼາຍກວ່າ 10.000 ຄົນ​ນັ້ນ ມີ​ເກືອບ 50 ແຫ່ງ, ແລະ​ໄດ້​ສ້າງ​ເຮືອນ​ຈັດ​​ສັນ 2,6 ລ້ານກວ່າ​ຊຸດ.