ຈີນຍິນດີເພີ່ມທະວີການຮ່ວມມືດ້ານສາທາລະນະສຸກສາກົນກັບປະເທດທີ່ເກີດພະຍາດຮ້າຍແຮງແລະອົງການ WHO

2020-03-04 17:15:14 |ມາຈາກ: CRI

ວັນທີ 3 ມີນານີ້, ທ່ານຈ້າວລີ້ຈ່ຽນ ໂຄສົກກະຊວງການຕ່າງປະເທດຈີນໄດ້ກ່າວໃນ ກອງປະຊຸມຖະແຫຼງຂ່າວວ່າ: ຈີນພວມຕິດຕາມສະພາບການພັດທະນາຂອງພະຍາດ COVID-19 ໃນທົ່ວໂລກຢ່າງໃກ້ຊິດ, ຈີນຍິນດີເພີ່ມທະວີການຮ່ວມມືດ້ານສາທາລະນະສຸກກັບປະເທດທີ່ກ່ຽວຂ້ອງໂດຍສະເພາະປະເທດທີ່ເກີດພະຍາດຮ້າຍແຮງ ແລະອົງການອະນາ ໄມໂລກຫຼື WHO, ຮ່ວມແຮງຮ່ວມໃຈກັນ, ສາມັກຄີກັນສູ້ຊົນຜ່ານຜ່າຄວາມຫຍຸ້ງຍາກ ຈົນວ່າຈະສາມາດຍາດເອົາໄຊຊະນະ ໃນການຕ້ານເຊື້ອພະຍາດໃນຂອບເຂດທົ່ວໂລກໃນທີ່ສຸດ.

ທ່ານຈ້າວລີ້ຈ່ຽນກ່າວວ່າ: ປັດຈຸບັນ ມີຫຼາຍປະເທດໄດ້ເກີດພະຍາດ COVID-19, ສະພາບພະຍາດໃນບາງປະເທດຮ້າຍແຮງຂຶ້ນ. ການເພີ່ມທະວີການປຶກສາຫາລື ແລະ ການຮ່ວມມືໃນຂົງເຂດຄວາມໝັ້ງຄົງດ້ານສາທາລະນະສຸກລະຫວ່າງປະເທດຕ່າງໆຍິ່ງມີຄວາມສຳຄັນ ແລະຮີບດ່ວນ.

ທ່ານກ່າວຕື່ມວ່າ: “ຈີນພວມປຶກສາຫາລືກັບຝ່າຍຕ່າງໆ ທັງໄດ້ສະໜອງນໍ້າຢາບົ່ງມະຕິພະຍາດໃຫ້ແກ່ປາກີສະຖານ, ຍີ່ປຸ່ນ, ສະຫະພາບອາຟຼິກາ ແລະເຂດອື່ນໆ ແລະໄດ້ ແບ່ງປັນວິທີການປິ່ນປົວກັບຫຼາຍປະເທດ. ອົງການກາແດງຂອງຈີນແລະວິສາ ຫະກິດທີ່ກ່ຽວ ຂ້ອງກໍໄດ້ສະໜອງນໍ້າຢາບົ່ງມະຕິພະຍາດໃຫ້ແກ່ອີຣານ ແລະປະເທດອາຟຼິກາ, ພວກຂ້າພະເຈົ້າຍັງຈະສົ່ງທິມງານຜູ້ຊ່ຽວຊານອາສາສະໝັກໄປອີຣານ. ພວກ ຂ້າພະເຈົ້າຈະອີງຕາມສະພາບການລະບາດຂອງພະຍາດ, ໃນຂະນະທີ່ສືບຕໍ່ປ້ອງກັນ ແລະຄວບຄຸມພະຍາດພາຍໃນປະເທດຕົນ, ຈີນຈະສືບຕໍ່ດຳເນີນການຮ່ວມມືກັບຝ່າຍທີ່ກ່ຽວຂ້ອງດ້ວຍຮູບແບບຕ່າງໆ, ໃຫ້ການສະໜັບສະໜູນແກ່ຕ່າງປະເທດຕາມຄວາມສາມາດຂອງຕົນ.”