ທາງລົດໄຟແຂວງຢຸນນານສືບຕໍ່ຟື້ນຟູການເປີດຂະບວນລົດໄຟໂດຍສານຄືນໃຫມ່

2020-03-05 17:04:04 |ມາຈາກ: Yunnan Gateway

ນັບແຕ່ວັນທີ 1 ມີນາ,ທາງລົດໄຟແຂວງຢຸນນານໄດ້ສືບຕໍ່ຟື້ນຟູການເປີດຂະບວນລົດໄຟໂດຍສານຄືນໃໝ່, ແລະ ໃນແຕ່ລະມື້ການເປີດຂະບວນລົດໄຟໂດຍສານຈະມີເຖິງ 118 ຄູ່.ຄຽງຄູ່ກັບການຟື້ນ​ຟູ​ການ​ຜະ​ລິດ​ແລະ​ເຮັດ​ວຽກ​ຄືນ​ໃໝ່ໃນສະຖານທີ່ຕ່າງໆຂອງແຂວງຢຸນນານ,ຈຳນວນຜູ້ໂດຍສານຂອງທາງລົດໄຟແຂວງຢຸນນານໄດ້ຄ່ອຍໆເພີ່ມຂື້ນໃນໄລຍະສອງສາມມື້ຜ່ານມາ, ເມື່ອ​ທຽບກັບພາຍຫຼັງງານບຸນຢວນຊຽວ(Lantern Festival)ຈຳນວນຜູ້ໂດຍສານທີ່ເດີນທາງໄດ້ເພີ່ມຂື້ນ 148%.