ຄະນະ​ປະຈຳ​ກົມ​ການ​ເມືອງ​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ​ໄດ້​ຈັດ​ກອງ​ປະຊຸມ​ ​ເພື່ອ​ປ້ອງ​ກັນ ​ແລະ​ຄວບ​ຄຸມພະ​ຍາດ COVID-19 ​ແລະ​ໃຫ້​ເສດຖະກິດ-ສັງຄົມ​ດຳ​ເນີນ​ໄປ​ຢ່າງ​ໝັ້ນ​ທ່ຽງ

2020-03-05 17:22:34 |ມາຈາກ: CRI

ວັນ​ທີ 4 ມີນາ​ນີ້, ຄະນະປະຈຳ​ກົມ​ການ​ເມືອງ​ສູນກາງ​ພັກ​ກອມ​ມູນິດ​ຈີນ​ໄດ້​ຈັດ​ກອງ​ປະຊຸມ ​ເພື່ອ​ຄົ້ນຄວ້າ​ວຽກ​ງານ​ປ້ອງ​ກັນ ​ແລະ​ຄວບ​ຄຸມພະ​ຍາດ COVID-19 ​ແລະ​​ເພື່ອ​ເຮັດໃຫ້​ເສດຖະກິດ-ສັງຄົມ​ດຳ​ເນີນ​ໄປ​ຢ່າງ​ໝັ້ນ​ທ່ຽງ. ທ່ານ​ສີ​ຈິ້ນ​ຜິ​ງ ​ເລຂາທິການ​ໃຫຍ່​ຄະນະ​ກຳມະການ​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ​ໄດ້​ເປັນ​ປະທານ​ຈັດ​ກອງ​ປະຊຸມ​ດັ່ງກ່າວ.

ທ່ານ​ສີ​ຈິ້ນ​ຜິ​ງກ່າວ​ວ່າ: ປັດຈຸບັນ​ນີ້, ຈີນ​ມີທ່ວງທ່າ​ປ້ອງ​ກັນ ​ແລະ​ຄວບ​ຄຸມພະ​ຍາດທີ່​ສືບ​ຕໍ່ດີຂຶ້ນ ​ແລະ​ພວມເລັ່ງລັດ​ຟື້ນ​ຟູຄວາ​ມ​ເປັນລະບຽບດ້ານ​ການ​ຜະລິດ ​ແລະ​ຊີວິດ​ການ​ເປັນ​ຢູ່ຄືນ​ໃໝ່, ຕ້ອງ​ປັບປຸງ ​ແລະ​ເປີດ​ກວ້າງທ່ວງທ່າແບບ​ນີ້, ​ໃຫ້​ການ​ພັດທະນາ​ເສດຖະກິດ-ສັງຄົມ​​ໃນ​ທົ່ວ​ປະ​ເທດ​ກັບ​ເຂົ້າ​ສູ່​ພາວະເປັນ​ປັກ​ກະຕິ​ຢ່າງ​ຮອບດ້ານ​ໂດຍ​​ໄວ. ທ່ານ​ກ່າວ​ເນັ້ນ​ວ່າ: ບໍ່​ຄວນ​ປ່ອຍປະ​ລະ​ເລີຍ​ສະຕິ​ໃນ​ການ​ຕໍ່ຕ້ານ​ພະຍາດ COVID-19, ຂະນະ​ດຽວ​ກັນກໍ​ຄວນ​ລົງ​ເລິກ​ການ​ຮ່ວມ​ມື​ສາກົນ​ດ້ານ​ການ​ປ້ອງ​ກັນ ​ແລະ​ຄວບ​ຄຸມພະ​ຍາດ, ​ເສີມ​ຂະຫຍາຍ​ບົດບາດຂອງ​ຈີນ​ທີ່ມີ​ຄວາມ​ຮັບຜິດຊອບ​ຂອງ​ປະ​ເທດ​ໃຫຍ່.

ກອງ​ປະຊຸມ​ດັ່ງກ່າວ​ເນັ້ນ​ວ່າ: ຕ້ອງ​ສືບ​ຕໍ່​ເພີ່ມ​ທະວີ​ວຽກ​ງານ​ປ້ອງ​ກັນ ​ແລະ​ຄວບ​ຄຸມພະ​ຍາດ​ຢູ່​ແຂວງ​ຮູ​ເປີ​ຍ ​ແລະ​ນະຄອນ​ອູ​ຮັ້ນ, ຂະນະ​ດຽວ​ກັນກໍ​ຕ້ອງ​ເອົາ​​ໃຈ​ໃສ່​ວຽກ​ງານ​ປ້ອງ​ກັນ ​ແລະ​ຄວບ​ຄຸມພະ​ຍາດ​ຢູ່ເຂດ​ທີ່​ສຳຄັນ ​ເຊັ່ນ: ນະຄອນຫຼວງ​ປັກ​ກິ່ງ ​ແລະ​ແຫ່ງ​ອື່ນໆ. ຕ້ອງ​ປະສານ​ສົມທົບ​ລະຫວ່າງ​ການ​ຟື້ນ​ຟູ​ການ​ຜະລິດຄືນ​ໃໝ່ ​ແລະ​ການເປີດ​ກວ້າງຄວາມ​ຕ້ອງການ​ພາຍ​ໃນ, ຟື້ນ​ຟູ​ການ​ບໍລິ​ໂພ​ກທີ່​ໄດ້​ຮັບ​ຜົນ​ກະທົບ​ຈາກ​ພະຍາດ​ນັ້ນ​ຄືນ​ໃໝ່; ​ເລັ່ງລັດ​ຊຸກ​ຍູ້​ໂຄງການ​ທີ່​ສຳຄັນ​ ​ແລະ​ການ​ສ້າງ​ພື້ນຖານ​ໂຄງ​ລ່າງ​ທີ່​ເປັນ​ແຜນການ​ພັດທະນາ​ຂອງ​ລັດ; ​ເພີ່ມ​ງົບປະມານ​ເຂົ້າ​ໃນການ​ບໍລິການ​ດ້ານ​ສາທາ​ລະນະ​ສຸກ, ຂົງ​ເຂດ​ຮັບ​ປະກັນ​ອຸປະກອນ​ຮັບ​ມືສຸກ​ເສີນ, ​ເລັ່ງລັດ​ກາ​ນສ້າງ​ພື້ນຖານ​ໂຄງ​ລ່າງ​ແບບ​ໃໝ່​ ​ເຊັ່ນ: ອິນ​ເຕີ​ເນັດ​ລະບົບ 5G, ສູນຂໍ້​ມູນ ​ແລະ​ອື່ນໆ; ​ເອົາ​ໃຈ​ໃສ່​ລະດົມ​ຄວາມ​ຫ້າວຫັນຂອງ​ການ​ລົງ​ທຶນພາກ​ເອກະ​ຊົນ.