ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ອັກ​ເສບ​ປອດ​ໂຄວິດ-19 ຈະ​ພາ​ໃຫ້​ການ​ລົງ​ທືນ​ຕໍ່​ຕ່າງ​ປະ​ເທດ​ໂດຍ​ກົງ​ຂອງ​ທົ່ວ​ໂລກ​ຫຼຸດ​ລົງ, ແຕ່​ກຳ​ລັງ​ດຶງ​ດູດ​ທຶນ​ຕ່າງ​ປະ​ເທດ​ຂອງ​ຈີນ​ບໍ່​ມີ​ການ​ປ່ຽນ​ແປງ

2020-03-09 17:02:26 |ມາຈາກ: CRI

ບົດ​ລາຍ​ງານ​ການ​ຄົ້ນ​ຄວ້າ​ສະ​ບັບ​ໜຶ່ງ​ທີ່ກອງ​ປະ​ຊຸມ​ການ​ຄ້າ​ແລະ​ການ​ພັດ​ທະ​ນາ​ຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ປະ​ກາດເປີດ​ເຜີຍ​ໃນ​ວັນ​ທີ 8 ມີ​ນາ​ນີ້​​ລະ​ບຸວ່າ, ໂດຍ​ໄດ້​ຮັບ​ຜົນ​ກະ​ທົບ​ຈາກ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ອັກ​ເສບ​ປອດ​ໂຄ​ວິດ-19, ຄາດ​ວ່າ, ການ​ລົງ​ທືນ​ຕໍ່​ຕ່າງ​ປະ​ເທດ​ໂດຍ​ກົງ​ຂອງ​ທົ່ວ​ໂລກ​ໃນ​ປີ 2020 ຈະ​ຫຼຸດ​ລົງ 5% ຫາ 15%. ​ໃນ​ເວ​ລາ​ໃຫ້​ສຳ​ພາດ​ຕໍ່​ນັກ​ຂ່າວ​ວິ​ທະ​ຍຸ​ໂທ​ລະ​ພາບ​ສູນ​ກາງ​ຈີນ, ເຈົ້າ​ໜ້າ​ທີ່​ຂອງກອງ​ປະ​ຊຸມ​ການ​ຄ້າ​ແລະ​ການ​ພັດ​ທະ​ນາ​ສະ​ຫະ​ປະ​ຊາ​ຊາດກ່າວ​ວ່າ, ​ເຖິງວ່າ ຈີນ​ກໍ່​ຈະ​ໄດ້​ຮັບ​ຜົນ​ກະ​ທົບ​ຈາກ​ສະ​ພາບ​ແວດ​ລ້ອມ​​ໃຫຍ່​ດ້ານການ​ລົງ​ທຶນ​ ​ຂອງ​ທົ່ວ​ໂລກ​ກໍ​ຕາມ, ແຕ່​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ບໍ່​ຫ່ອນ​ຈະ​ປ່ຽນ​ແປງ​ພື້ນ​ຖານ​ດຶງ​ດູດ​ທຶນ​ຕ່າງ​ປະ​ເທດ​ຂອງ​ຈີນ.

ເຈົ້າ​ໜ້າ​ທີ່​ດັ່ງ​ກ່າວ​ກ່າວ​ວ່າ, ​ເສດ​ຖະ​ກິດ​ຂອງ​ຈີນ​ມີ​ປະ​ລິ​ມານ​ຫຼາຍ, ບໍ່​ວ່າ​ຈັງ​ຫວະ​ເຕີບ​ໂຕ​ຈະ​ໄວ​ຫຼື​ວ່າ​ຊ້າ, ​ປະ​ລິ​ມານ​ເສດ​ຖະ​ກິດ​ຂອງ​ຈີນ​ກໍ່​ພວມ​ເພີ່ມ​ຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ, ລາຍ​ໄດ້​ສະ​ເລ່ຍ​ຕໍ່​ຫົວ​ຄົນ​ໄດ້​ເພີ່ມ​ຂຶ້ນ, ເຊິ່ງ​ເປັນ​ທ່າ​ອ່ຽງ​ທີ່​ສາ​ມາດ​ເຫັນ​ໄດ້​ຢູ່​ແລ້ວ. ເມື່ອ​ເບິ່ງ​ຈາກ​ສະ​ພາບ​ຄວາມ​ສະ​ດວກ​ດ້ານ​ກ​ານ​ລົງ​ທຶນ​​ແລ້ວ​ເຫັນ​ວ່າ​ນັ້ນ, ພື້ນ​ຖານ​ໂຄງ​ລ່າງ, ຄວາມ​ສາ​ມາດ​ຂອງ​ຊັບ​ພະ​ຍາ​ກອ​ນ​ມະ​ນຸດ​ແລະ​ອື່ນໆ​ຂອງ​ຈີນ​ກໍ່​ພວມ​ໄດ້​ຮັບ​ການ​ປັບ​ປຸງ​ໃຫ້​ດີ​ຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ.