ເລີ່ມການກໍ່ສ້າງໂຄງການເຄືອຂ່າຍໄຟຟ້າຫລັງສະຖານີບໍ່ເຕັນ-ວຽງຈັນ

2020-03-15 17:58:57 |ມາຈາກ: Yunnan Gateway

ໃນວັນທີ 15 ມີນາ, ຢູ່ເມືອງໂພນໂຮງ ແຂວງວຽງຈັນ ປະເທດລາວ, ເສົາທຳອິດຂອງໂຄງການເຄືອຂ່າຍເຊື່ອມຕໍ່ຫລັງສະຖານີ (ຕອນທາງບໍ່ເຕັນ-ວຽງຈັນ) ຂອງເສັ້ນທາງລົດໄຟລາວ- ຈີນ ໄດ້ສຳເລັດການປະກອບຕັ້ງຂຶ້ນ, ເຊິ່ງເປັນສັນຍະລັກວ່າໂຄງການວຽກງານເຄືອຂ່າຍໄຟຟ້າຫລັງສະຖານີໄດ້ເລີ່ມຕົ້ນຂຶ້ນແລ້ວ.

ໂຄງການດັ່ງກ່າວຮັບຜິດຊອບການກໍ່ສ້າງໂດຍ ກົມໄຟຟ້າອູຮັ້ນຂອງລົດໄຟແຫ່ງປະເທດຈີນ, ເຊິ່ງລວມມີໂຄງການ ສື່ສານໂທລະຄົມຂອງເສັ້ນທາງລົດໄຟ, ສັນຍານ,ການຈ່າຍໄຟ, ເຄືອຂ່າຍເຊື່ອມຕໍ່ ແລະ ອື່ນໆ. ໃນຂັ້ນຕອນການກໍ່ສ້າງຂອງໂຄງການດັ່ງກ່າວກໍໄດ້ໃຫ້ຄວາມສຳຄັນກັບວຽກງານການປ້ອງກັນ ແລະ ຄວບຄຸມພະຍາດອັກເສບປອດຈາກເຊື້ອຈຸລະໂລກສາຍພັນໃຫມ່ໄປພ້ອມໆກັນ.

ຕອນຂອງເສັ້ນທາງລົດໄຟລາວ-ຈີນ ທີ່ຢູ່ໃນຊາຍແດນລາວມີຄວາມຍາວທັງຫມົດ 414 ກິໂລແມັດ, ເປັນໂຄງການທີ່ເຊື່ອມຕໍ່ ຍຸດທະສາດຂອງປະເທດລາວ “ຈາກ ປະເທດທີ່ບໍ່ມີທາງອອກສູ່ທະເລ ເປັນ ປະເທດເຊື່ອມຈອດ”, ຄາດວ່າຈະເປີດໃຫ້ບໍລິການຫມົດສາຍໃນເດືອນທັນວາ ປີ 2021