ດອກໄມ້ສົດເມືອງລູຝົງແຂວງຢຸນນານອາໄສການຖ່າຍທອດສົດທາງTaobao 5 ວິນາທີ ຈຳຫນ່າຍໄດ້ 62000 ດອກ

2020-03-16 17:54:40 |ມາຈາກ: Yunnan Gateway

ເມືອງລູຝົງແຂວງຢຸນນານມີອາກາດອົບອຸ່ນແລະຊຸ່ມຊື່ນ, ຜະລິດຕະພັນດອກໄມ້ກໍອຸດົມສົມບູນ ແລະ ມີຄຸນນະພາບດີເລີດ. ປີທີ່ຜ່ານມາ, ເນື້ອທີ່ປູກດອກໄມ້ທັງໝົດຂອງເມືອງໄດ້ບັນລຸ 1678,6 ເຮັກຕາ, ຍອດປະລິມານການຜະລິດ 842.3 ລ້ານດອກ, ແລະມີມູນຄ່າການຜະລິດທັງໝົດ 631.725 ລ້ານຢວນ (90264481.4ໂດລາສະຫະລັດ). ບໍ່ສາມາດຕອບສະໜອງຄວາມຕ້ອງການໃນຕະຫຼາດ. ໃນປີນີ້, ດອກໄມ້ສົດກຳລັງເຂົ້າສູ່ຕະຫຼາດແຕ່ເນື່ອງຈາກໄດ້ຮັບຜົນກະທົບຂອງການລະບາດ, ດອກໄມ້ຂາຍບໍ່ໄດ້, ທ່ານ ຄວາງຫົວລ້ານ ຮອງເຈົ້າເມືອງເມືອງລູຝົງມີຄວາມວິຕົກກັງວົນຫຼາຍ, ເພື່ອຊ່ວຍໃຫ້ຊາວກະສິກອນຂາຍດອກໄມ້ໃຫ້ໄດ້ໄວທີ່ສຸດ.

ວັນທີ 15 ມີນາ, ທ່ານ ຄວາງຫົວລ້ານ ຮອງເຈົ້າເມືອງເມືອງລູຝົງຂາຍດອກໄມ້ໂດຍການຖ່າຍທອດສົດເທິງແອັບຖາວປາວ (Taobao). ການຖ່າຍທອດສົດຄັ້ງນີ້ມີຄົນເບິ່ງອອນລາຍ 35000, ແນະນຳ ແລະ ຂາຍດອກກຸຫຼາບທີ່ມີຊື່ສຽງແລະລຳ້ຄ່າຫລາຍກວ່າ 10 ຊະນິດກທີ່ຜະລິດຈາກເມືອງລູຝົງ. ພຽງແຕ່ 5 ວິນາທີກໍຂາຍດອກໄມ້ສົດໄດ້ 62000 ດອກ, ຈຳໜ່າຍດອກໄມ້ສົດ 5,2 ແສນດອກ, ຍອດຈຳໜ່າຍປະມານ 1,15 ລ້ານຢວນ(164318.5ໂດລາສະຫະລັດ). ໄດ້ເປີດຊ່ອງທາງການຂາຍໃໝ່ໃຫ້ດອກໄມ້ຂອງເມືອງລູຝົງ.