ວິ​ສາ​ຫະກິດ​ຕ່າງປະ​ເທດ​ມີ​ຄວາມ​ໝັ້ນ​ໃຈ​ຕໍ່​ອະນາຄົດ​ຂອງ​ຈີນ

2020-03-16 17:58:05 |ມາຈາກ: CRI

ຕໍ່​ເລື່ອງ​ທີ່​ວິ​ສາ​ຫະກິດ​ທຶນຕ່າງປະ​ເທດປະສົບ​ກັບຄວາມ​ຫຍຸ້ງຍາກ​ຕ່າງໆ​ນານາ​ໃນ​ການ​ຟື້ນ​ຟູ​ການ​ຜະລິດ​ຄືນ​ໃໝ່, ​ແຫ່ງ​ຕ່າງໆ​ຂອງ​ຈີນ​ໄດ້​ຄິດ​ຫາ​ວິທີ​ຕ່າງໆ ​ເພື່ອ​​ແກ້​ໄຂ​ດ້ວຍ​ການ​ປະສານ​ງານ​ ​ໂດຍ​​ໄດ້​ໃຊ້ມາດ​ຕະການຕ່າງໆ ​ເຊິ່ງ​ໄດ້​ເຮັດ​ໃຫ້ນັກ​ລົງທຶນ​ຕ່າງປະ​ເທດມີ​ຄວາມ​ໝັ້ນ​ໃຈ​ໝັ້ນໜຽວ​ກວ່າ​ເກົ່າ​ຕໍ່ຕະຫຼາດຈີນ​.

ບໍລິສັດ YKK ຍີ່ປຸ່ນ​ໄດ້​ກວມສ່ວນ​ແບ່ງ​ທາງ​ການ​ຕະຫຼາດຂອງສາຍ​ຊິ​ບຂອງ​ໂລກ​ຫຼາຍກວ່າ 45%, ​ໃບ​ສັ່ງ​ຊື້​ສາຍ​ຊິ​ບຊຸດ​ກັນ​ພະຍາດ​ມີຈຳນວນ 2,15 ລ້ານ​ອັນ​ເປັນໃບ​ທຳ​ອິດ​ທີ່​ບໍລິສັດ​ໄດ້​ຮັບ​ພາຍຫຼັງຟື້ນ​ຟູ​ການ​ຜະລິດ​ຄືນ​ໃໝ່ ​ແລະ ​ໄດ້ຜະລິດ​ສຳ​ເລັດ​ແລ້ວ​ຫວ່າງ​ມໍ່ໆ​ນີ້. ຜູ້​ຮັບຜິດຊອບຂອງ​ບໍລິສັດ​ດັ່ງກ່າວ ກ່າວ​ວ່າ: ​ໃນ​ໄລຍະ​ບຸນ​ກຸດ​ຈີນ, ພະນັກງານ​ແລະ​ກຳມະກອນຂອງ​ບໍລິສັດ​ຕົນ​ມີ​ຈຳນວນຫຼາຍ​ແມ່ນ​ຢູ່ຕ່າງ​ແຂວງ ​ເຊັ່ນ: ​ແຂວງ​​ເສ​ສວນ, ​ແຂວງ​ເຫີ​ໜານ ​ແລະ ​ເຂດ​ກວາງຊີ​ເປັນຕົ້ນ, ລັດຖະບານ​ຈີນ​ຈຶ່ງ​ໄດ້ຊ່ວຍ​ເຫຼືອດ້ວຍ​ການ​ເໝົາ​ລົດ​ໂດຍ​ບໍ່​ຄິດ​ຄ່າ ​ເພື່ອສົ່ງ​ພະນັກງານ​ແລະ​ກຳມະກອນ​ຂອງ​ບໍລິສັດ​ຕົນ​ໃຫ້​ໄປ​ເຖິງ​ນະຄອນ​ເຊີ່ນ​ເຈີ້ນ ​ເພື່ອ​ເຂົ້າຮ່ວມ​ການ​ຜະລິດ​ໂດຍ​ໄວ.

ດ້ວຍ​ການ​ສະໜັບສະໜູນ​ຢ່າງ​ແຂງ​ແຮງ​ຈາກ​ລັດຖະບານ​ຈີນ, ວິ​ສາ​ຫະກິດທຶນ​ຕ່າງປະ​ເທດ​ຂະໜາດ​ໃຫຍ່​ແຫ່ງ​ຕ່າງໆ ​ເຊັ່ນ: ບໍລິສັດວອນ​ມາດອາ​ເມຣິກາສາ​ຂາ​ເຊີ່ນ​ເຈີ້ນ, ຊີ​ເມນ​ສ໌ເຢຍລະ​ມັນ​ສາຂາ​ເຊີ່ນ​ເຈີ້ນ ​ແລະ​ອື່ນໆ ລ້ວນ​ແຕ່​ໄດ້​ຟື້ນ​ຟູ​ການ​ຜະລິດ​ແລ້ວ, ວິ​ສາ​ຫະກິດ​ທຶນ​ຕ່າງປະ​ເທດ​ທີ່​ສຳຄັນ​ໄດ້​ຟື້ນ​ຟູ​ການ​ຜະລິດ​ທັງ​ໝົດ​ແລ້ວ.

​ໃນຂະນະດຽວ​ກັນ ຢູ່​ນະຄອນ​ຊຽງ​ໄຮ້, ອຳນາດ​ການ​ປົກຄອງ​ທ້ອງ​ຖິ່ນໄດ້​ໄປ​ຢ້ຽມຢາມ​ສຳນັກງານ​ຂອງ​ບໍລິສັດ​ຂ້າມ​ຊາດ​ປະຈຳ​ທ້ອງ​ຖິ່ນ 720 ​ແຫ່ງ ​ແລະ ວິ​ສາ​ຫະກິດ​ທຶນ​ຕ່າງປະ​ເທດ​ທີ່​ສຳຄັນ ​ເພື່ອ​ຊ່ວຍ​ແກ້​ໄຂ​ບັນຫາ​ໃຫ້​ບໍລິສັດ​ເຫຼົ່ານີ້. ປັດຈຸບັນ, ບໍລິສັດ​ທຶນ​ຕ່າງປະ​ເທດ​ຢູ່​ນະຄອນ​ຊຽງ​ໄຮ້​ໄດ້​ຟື້ນ​ຟູ​ການ​ຜະລິດ​ຄືນ​ໃໝ່​ເຖິງ 99,9% ​ແລ້ວ.