ລັດ​ຖະ​ມົນ​ຕີ​ສາ​ທາ​ລະ​ນະ​ສຸກ​ລາວ​ກ່າ​ວວ່າ, ມາດ​ຕະ​ການ​ປ້ອງ​ກັນ​ຄວ​ບຄຸມ​ພະ​ຍາດ​ອັກ​ເສບ​ປອດ covid-19 ຂອງ​ຈີນ​ເປັນແບບ​ຢ່າງ​ຂອງ​ໂລກ

2020-03-16 17:59:39 |ມາຈາກ: CRI

ຫວ່າງ​ມໍ່ໆ​ນີ້, ໃນ​ເວ​ລາ​ໃຫ້​ສຳ​ພາດ​ຕໍ່​ນັກ​ຂ່າວ CMG, ທ່ານ ບຸນກອງ ສີຫາວົງລັດ​ຖະ​ມົນ​ຕີ​ກະ​ຊວງ​ສາ​ທາ​ລະ​ນະ​ສຸກ​ສ​ປ​ປລາວ​ກ່າວ​ວ່າ, ມາດ​ຕະ​ການ​ປ້ອງ​ກັນ​ຄວ​ບ​​ຄຸມ​ພະ​ຍາດ​ອັກ​ເສບ​ປອດ covid-19 ຂອງ​ຈີນ​ເປັນແບບ​ຢ່າງ​ຂອງ​ໂລກ, ບົດ​ຮຽນ​ຂອງ​ຈີນ​ເປັນ​ຕາ​ຖອດ​ຖອນ. ລາວ​ຍິນ​ດີ​ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ ແລະ ການ​ຮ່ວມ​ມື​ກັບ​ຈີນ​ຕື່ມ​ອີກ.

ທ່ານ​ບຸນກອງ​ກ່າວ​ວ່າ, ປັດ​ຈຸ​ບັນ, ຈຳ​ນວນ​ກໍ​ລະ​ນີ​​ທີ່​ບົ່ງ​ມະ​ຕິ​ເປັນ​ພະ​ຍາດ​ອັກ​ເສບ​ປອດ covid-19 ຂອງ​ຈີນ​ໄດ້​ຫຼຸດ​ລົງ​ໂດຍ​ຕະ​ຫຼອດ​ມາ, ຜູ້​ອອກ​ໂຮງ​ໝໍ​ນັບ​ມື້​ນັບ​ຫຼາຍ​ຂຶ້ນ, ນີ້​ສະ​ແດງ​ໃຫ້​ເຫັນ​ວ່າ, ມາດ​ຕະ​ການ​ປ້ອງ​ກັນ​ຄວບ​ຄຸມ​ພະ​ຍາດ​ຂອງ​ຈີນ​ໄດ້​​ມີປະ​ສິດ​ທິ​ຜົນ​ສູງ.

ທ່ານ​ບຸນກອງ​ເຫັນ​ວ່າ, ນອກ​ຈາກ​ການ​ປ້ອງ​ກັນ ແລະ ຄວ​ບ​ຄຸມ​ຂອງ​ປະ​ເທດ​ຕົນ, ຈີນ​ຍັງ​ຕັ້ງ​ໜ້າ​​ແບ່ງ​ປັນບົດ​ຮຽນ​ປ້ອງ​ກັນ​ຄວບ​ຄຸມ​ພະ​ຍາດ​ໃຫ້​ປະ​ເທດ​ອື່ນໆ, ປະ​ກອບ​ສ່ວນ​ອັນ​ຕັ້ງ​ໜ້າ​ເພື່ອ​ປ້ອງ​ກັນ​ພະ​ຍາດ​ແຜ່​ລະ​ບາດ​ລະ​ຫວ່າງ​ຊາດ​ຢ່າງ​ບັງ​ເກີດ​ຜົນ, ມີ​ຄວາມ​ໝາຍ​ສຳ​ຄັນ​ຕໍ່​ປະ​ເທດ​ຕ່າງໆ​ໃນ​ໂລກ.

ໃນ​ຖາ​ນະ​ທີ່​ເປັນ​ສະ​ມາ​ຊິກ​ໜ່ວຍ​ງານ​ປ້ອງ​ກັນ​ຄວບ​ຄຸມ​ພະ​ຍາດ​​ອັກ​ເສບ​ປອດ covid-19 ຂອງ​ລາວ, ທ່ານ​ບຸນກອງບອກ​ນັກ​ຂ່າວ​ວ່າ, ໜ່ວຍ​ຊ່ຽວ​ຊານ​ຂອງ​ລາວ ກັບ ຄະ​ນະ​ກຳ​ມະ​ການ​ສາ​ທາ​ລະ​ນະ​ສຸກ​ແລະ​ອະ​ນາ​ໄມ​ແຫ່ງ​ຊາດ​ຈີນ​ໄດ້​ແລກ​ປ່ຽນ​ຢ່າງ​ໃກ້​ຊິດ ເພື່ອ​ຖອດ​ຖອນ​ບົດ​ຮຽນ​ຂອງ​ຈີນ. ລາວ​ທັງ​ໄດ້​ສ້າງ​ສາຍ​​ດ່ວນ​ເພື່ອ​ຕິດ​ຕໍ່​ພົວ​ພັນ​ກັບ​ສະ​ຖານ​ທູດ​ຈີນ​ປະ​ຈຳ​ລາວ, ມາດ​ຕະ​ການ​ເຫຼົ່າ​ນີ້​ໄດ້​ຮັບ​ຜົນ​ຢ່າງ​ເດັ່ນ​ຊັດ, ຈົນ​ຮອດ​ປັດ​ຈຸ​ບັນ, ຢູ່​ລາວ​ຍັງ​ບໍ່​​ໄດ້​ພົບ​ຜູ້​ຖືກບົ່ງ​ມະ​ຕິ​ຜູ້​ເປັນ​ພະ​ຍາດ​ອັກ​ເສບ​ປອດ covid-19 ຈັກ​ກໍ​ລະ​ນີ. ລາວ​ຍິນ​ດີ​ສືບ​ຕໍ່​ຮັກ​ສາ​ການ​ແລ​ກ​ປ່ຽນ ແລະ ການ​ຮ່ວມ​ມື​ກັບ​ຈີນ.

ປັດ​ຈຸ​ບັນ, ວິ​ສາ​ຫະ​ກິດ ແລະ ໂຮງ​ງານ​ຂອງ​ຈີນ​ຈຳ​ນວນ​ຫຼາຍ​ໄດ້​ເລີ່ມ​ຟື້ນ​ຟູ​ການ​ຜະ​ລິດ​ຢ່າງ​ເປັນ​ລະ​ບຽບ​​ຮຽບ​ຮ້ອຍ​ແລ້ວ, ທ່ານ​ບຸນກອງ​​ສະ​ແດງ​ຄວາມເຊື່ອ​ວ່າ, ຫຼັງ​ຈາກ​ພະ​ຍາດ​ອັກ​ເສບ​ປອດ covid-19 ເທື່ອ​ນີ້​ຖືກ​ຄວບ​ຄຸມ​ໄວ້​ແລ້ວ, ເສດ​ຖະ​ກິດ​ຈີນ​ກໍ່​ຈະ​ໄດ້​ຮັບ​ການ​ຟື້ນ​ຟູ​ໂດຍ​ໄວ.